ວາງສະແດງເອກະສານ,ວັດຖຸພັນອັນລ້ຳຄ່າຫລາຍຢ່າງ

ວາງສະແດງເອກະສານ,ວັດຖຸພັນອັນລ້ຳຄ່າຫລາຍຢ່າງ - ảnh 1
ບັນ​ດາ​ວັດ​ຖຸ​ພັນ​ວາງ​ສະ​ແດງ​ຢູ່​ຫໍ​ພິ​ພິ​ທ​ະ​ພັນ​ຮ່າ​ໂນ້ຍ
ພາບ:TTXVN

(vovworld)- ຕອນ​ເຊົ້າ​ວັນ​ທີ 10/10, ຫໍ​ພິ​ພິ​ທະ​ພັນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ, ແນະ​ນຳ​ເອ​ກະ​ສານ, ວັດ​ຖ​ຸ​ພັນ​ອັນ​ລ້ຳ​ຄ່າ​ທີ່​ໄດ້​ເກັບ​ຮັກ​ສາ ແລະ ຮັບ​ເອົາ​ຈາກ​ບັນ​ດາ​ອົງ​ການຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ມອບ​ໃຫ້ ໃນ​ສອງ​ປີ​2015-2016. ໝວດ​ວັດ​ຖຸ​ພັນ​ລວມ​ມື: ເຄື່ອງ​ປັ້ນ​ດິນ​ເຜົາ, ການ​ເກັບ​ຮັກ​ສາ​ອຸ​ປະ​ກອນ​ປະ​ດັບ​ປະ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຜ່ານ​ບັນ​ດາ​ສະ​ໄຫມ​ສັກ​ດີ​ນາ ແລະ ວັດ​ຖຸ​ພັນ​ກ່ຽວ​ກັບ​ຮ່ອງ​ຮອຍ​ຂົວ​ລອງ​ບຽນ….

ໃນ 6 ປີ​ຜ່ານ​ມາ ນັບ​ແຕ່​ມື້​ເປີດ​ສະ​ຫລອງ, ຫ​ໍ​ພິ​ພິ​ທະ​ພັນ ຮ່າ​ໂນ້ຍ ໄດ້​ຜັນ​ຂະ​ຫຍາຍ​ວຽກ​ງານ​ເກັບ​ຮັກ​ສາ ແລະ ຈັດ​ຕັ້ງ​ການ​ຂົນ​ຂວາຍມອ​ບ​ເອ​ກະ​ສານ, ວັດ​ຖຸ​ພັນ ສຳ​ເລັດ​ຜົນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສຶກ​ສາ​ໃຫ້​ຄົນ​ລຸ້ນ​ຫນຸ່ມ​ບັນ​ດາ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາດ. 


ຕອບກັບ

ຂ່າວ/ບົດ​ອື່ນ