ວາລະປະຊຸມຄັ້ງທີ 2 ສະພາສົມທົບເຜີຍແຜ່, ສຶກສາກົດໝາຍສູນກາງ


ວາລະປະຊຸມຄັ້ງທີ 2 ສະພາສົມທົບເຜີຍແຜ່, ສຶກສາກົດໝາຍສູນກາງ - ảnh 1 

(ພາບປະກອບ: luatsungaynay.vn

 (vovworld)- ​ ວາລະ​ປະຊຸມ​ຄັ້ງທີ 2 ສະພາ​ສົມທົບ​ເຜີຍ​ແຜ່, ສຶກສາ​ກົດໝາຍ​ສູນ​ກາງ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 14/3 ຢູ່​ຮ່າ​ໂນ້ຍ. ດ້ວຍ​ຈຸດໝາຍ​ຮັບປະກັນ​ການ​ສະ​ໜິດຕິດ​ພັນລະຫວ່າງ​ບັນດາ​ການ​ເຄື່ອນ​ໄຫວ​ສ້າງ, ປະຕິບັດ ​ແລະ ປົກ​ປ້ອງ​ກົດໝາຍຢ່າງ​ແໜ້ນ​ແຟ້ນ, ສະພາ​ສົມທົບເຜີຍ​ແຜ່, ສຶກສາ​ກົດໝາຍ​ສູນ​ກາງ ​ສືບ​ຕໍ່​ໃຫ້​ຄຳ​ປຶກສາ​​ເຂົ້າໃນ​ການ​ສ້າງລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ເຜີຍ​ແຜ່, ສຶກສາ​ກົດໝາຍເປັນສົມ​ບູນ​ແບບ; ຜັນ​ຂະຫຍາຍ​ການ​ປະຕິບັດ​ໜ້າ​ທີ່​ເຜີຍ​ແຜ່​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ ປີ 2013; ​ເຜີ​ຍ​ແຜ່, ​ແນະນຳ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ), ບັນດາ​ເອກະສານ​ໃໝ່​ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ທີ່​ວາລະ​ປະຊຸມ, ສະພາ​ກໍ່​ແນະນຳ​ການຈັດ​ວັນ​ກົດໝາຍປະ​ເທດ ສສ ຫວຽດນາມ ປີ 2014 ຢ່າງ​ມີ​ປະສິດທິ​ຜົນ…​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່​ໃນ​ປີ 2014 ​ເປັນ​ຢ່າງ​ດີ, ບັນດາ​ທ່ານ​ສະມາຊິກ​ໃນ​ສະພາ​ຖື​ວ່າ: ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະພາ ສົມທົບ​ເຜີຍ​ແຜ່, ສຶກສາ​ກົດໝາຍຂັ້ນຕ່າງໆ; ຍົກ​ສູງ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ລັດຖະກອນ​ຕຸລາການ; ຍູ້​ແຮງ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດຕັ້ງມະຫາຊົນ, ທ້ອງ​ຖິ່ນ./.

 

ຂ່າວ/ບົດ​ອື່ນ