ສຶກສາຄວາມຮັກທະເລເກາະຈາກຮູບຈຳລອງໝູ່ເກາະຮ່ວາງຊາ,ເຈື່ອງຊາ

ສຶກສາຄວາມຮັກທະເລເກາະຈາກຮູບຈຳລອງໝູ່ເກາະຮ່ວາງຊາ,ເຈື່ອງຊາ - ảnh 1
(ພາບປະກອບ)

(vovworld) – ຮູບ​ຈຳລອງ​ແຜນ​ທີ່​ຫວຽດນາມ ​ແລະ ສອງ​ໝູ່​ເກາະ ຮ່ວາງ​ຊາ, ​ເຈື່ອງ​ຊາ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເງິນ​ທີ່​ໄດ້​ຮັບ​ຈາກ​ການ​ປະກອບສ່ວນ​ຂອງ​ທົ່ວ​ສັງຄົມ, ຫາ​ກໍ່​ຈັດ​ພິທີ​ເປີດ​ສະຫຼອງ​ຢູ່​ໂຮງຮຽນ​ປະຖົມ ​ໂຮ້ຝ່ອງອາ (ຕາ​ແສງ ​ໂຮ້ຝ່ອງ, ​ເທດສະບານ ຢ໋າຣາຍ, ​ແຂວງ ບາກ​ລຽວ). ຮູບ​ຈຳລອງ​ດັ່ງກ່າວ ​ໄດ້ຊ່ວຍ​ໃຫ້​ນັກຮຽນ​ຢູ່​ແຫ່ງ​ນີ້ ຊອກ​ຮູ້​ປະ​ເທດ​ຊາດ​ຜ່ານ​ການ​ສັງ​ເກດ​ໂດຍ​ກົງ​ຢ່າງ​ມີ​ຊີວິດ​ຊີວາ, ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ການ​ສຶກສາ​ຄວາມ​ຮັກ​ທີ່​ມີ​ຕໍ່​ທະ​ເລ, ​ເກາະ​ໃຫ້​ແກ່​ພວກ​ນ້ອງ. ​ໃນ​ຕໍ່ໜ້າ​ຮູບ​ຈຳລອງ​ທະ​ເລ, ​ເກາະ​ຢູ່​ໂຮງຮຽນ​ປະຖົມ ​ໂຮ້ຝ່ອງອາ ຈະ​ກາຍ​ເປັນ​ສະຖານ​ທີ່​ທັດສະນະ​ສຶກສາ, ຮ່ຳຮຽນ​ກ່ຽວ​ກັບ​ທະ​ເລ​ເກາະ​ໃຫ້​ບັນດາ​ໂຮງຮຽນ​ໃນ​ທ້ອງ​ຖິ່ນ​ເວົ້າ​ສະ​ເພາະ ​ແລະ ​ເທດສະບານ ​ຢ໋າຣາຍ ​ເວົ້າ​ລວມ.

        ການ​ໂຄສະນາ, ສຶກສາ​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ທະ​ເລ​ເກາະ​ໃຫ້​ແກ່​ລຸ້ນຕ່າງໆ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ແມ່ນ​ວຽກ​ງານ​ສຳຄັນ​ທີ່​ສຸດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ໂຮງຮຽນ​ໃນ​ທ້ອງ​ຖິ່ນ​ເກືອບ​ທັງ​ໝົດ​ໄດ້​ຈັດ​ລາຍການ​ໂຄສະນາ​ທະ​ເລ​ເກາະ​ເຂົ້າ​ຫລັກສູດ​ຮຽນ ດ້ວຍ​ຫລາຍ​ຮູບ​ການ​ທີ່​ອຸດົມສົມບູນ ​ເພື່ອ​ເຮັດ​ໃຫ້​ພວກ​ນ້ອງ​ນັກຮຽນ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ທ​ະ​ເລ​ເກາະ ​ແລະ ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫລັກ​ໝາຍ​ຊາຍ​ແດນ.

 

ຂ່າວ/ບົດ​ອື່ນ