ສົ່ງເສີມ, ຮຽກຮ້ອງການລົງທຶນເພື່ອພັດທະນາເສດຖະກິດ-ສັງຄົມທາງທິດຕາເວັນອອກພາກໃຕ້

(VOVWORLD) -ປະຊຸມຈັດຂຶ້ນດ້ວຍຈຸດປະສົງປະກາດໂຄງການດຳເນີນງານຂອງລັດຖະບານໃນການປະຕິບັດມະຕິ ແລະ ຮຽກຮ້ອງຄວາມສົນໃຈຈາກບັນດານັກລົງທຶນ ໃນການຮ່ວມເດີນທາງພ້ອມກັບລັດຖະບານ ຜັນຂະຫຍາຍບັນດາລາຍການ, ໂຄງການລົງທຶນສຳຄັນ
ສົ່ງເສີມ, ຮຽກຮ້ອງການລົງທຶນເພື່ອພັດທະນາເສດຖະກິດ-ສັງຄົມທາງທິດຕາເວັນອອກພາກໃຕ້ - ảnh 1(ພາບປະກອບ)

        ທາງທິດຕາເວັນອອກພາກໃຕ້ ຫວຽດນາມ ລວມມີ: ນະຄອນ ໂຮ່ຈີມິນ ແລະ 5 ແຂວງ ບາເຣີ້ຍ - ວູງເຕົາ, ບິ່ງເຢືອງ, ບິ່ງເຟືອກ, ດົ່ງນາຍ ແລະ ໄຕນິງ. ວັນທີ 26 ພະຈິກ ຈະມາເຖິງນີ້, ກອງປະຊຸມຜັນຂະຫຍາຍມະຕິຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບທາງທິດຕາເວັນອອກພາກໃຕ້ຮອດປີ 2030, ວິໄສທັດຮອດປີ 2045 ແລະ ສົ່ງເສີມການລົງທຶນເຂດ ຈະຖືກຈັດຂຶ້ນຢູ່ນະຄອນ ວູງເຕົາ, ແຂວງ ບາເຣີ້ຍ - ວູງເຕົາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເປັນປະທານກອງປະຊຸມ.

        ດ້ວຍຫົວຂໍ້ “ຈິນຕະນາການໃໝ່ - ບາດກ້າວບຸກທະລຸໃໝ່ - ຄຸນຄ່າໃໝ່”, ກອງປະຊຸມຈັດຂຶ້ນດ້ວຍຈຸດປະສົງປະກາດໂຄງການດຳເນີນງານຂອງລັດຖະບານໃນການປະຕິບັດມະຕິ ແລະ ຮຽກຮ້ອງຄວາມສົນໃຈຈາກບັນດານັກລົງທຶນ ໃນການຮ່ວມເດີນທາງພ້ອມກັບລັດຖະບານ ຜັນຂະຫຍາຍບັນດາລາຍການ, ໂຄງການລົງທຶນສຳຄັນສຳລັບການພັດທະນາເສດຖະກິດ - ສັງຄົມຂອງທາງທິດຕາເວັນອອກພາກໃຕ້. ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວກເຟືອງ, ເນັ້ນໜັກວ່າ.

        “ເລື່ອງພັດທະນາສູນການເງິນສາກົນ, ນອກຈາກບົດບາດດຶງດູດບັນດາແຫຼ່ງກຳລັງຈາກພາຍນອກທີ່ລົງທຶນເຂົ້າ ຫວຽດນາມ ແລ້ວ, ກໍ່ຍັງມີຄຸນປະໂຫຍດໃນການປະສານງານບັນດາແຫຼ່ງກຳລັງຢູ່ພາຍໃນປະເທດ ເພື່ອຮັບໃຊ້ການພັດທະນາໃຫ້ເປັນຢ່າງດີທີ່ສຸດອີກດ້ວຍ. ແລະເລື່ອງເລືອກເອົານະຄອນ ໂຮ່ຈີມິນ ກາຍເປັນສູນການເງິນສາກົນໄດ້ອີງໃສ່ຈຸດທີ່ເປັນເອກະລັກດ້ານທ່າໄດ້ປ່ຽບ ກໍຄືບັນດາປັດໄຈພົ້ນເດັ່ນກວ່າຂອງນະຄອນ ໂຮ່ຈີມີນ ສຳລັບທາງທິດຕາເວັນອອກພາກໃຕ້ແລະ ສຳລັບທົ່ວປະເທດ”.

        ຄາດວ່າ, ມີ 12 ໂຄງການດ້ວຍຈຳນວນເງິນອຸປະຖຳ 4,2 ຕື້ USD ເຊິ່ງບັນດາຄູ່ຮ່ວມມືໄດ້ລົງນາມໃນຂໍ້ຕົກລົງ, ເປັນຕົ້ນແມ່ນໃນຂົງເຂດພັດທະນາຄົມມະນາຄົມ, ຕົວເມືອງອັດສະລິຍະ ແລະ ທັນສະໄໝ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃນບັນດາເຂດອຸດສາຫະກຳຂອງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ