ສັນຍາການຄ້າເສລີ ຈະເປີດໂອກາດໃໝ່ ໃຫ້ແກ່ຫວຽດນາມ


ສັນຍາການຄ້າເສລີ ຈະເປີດໂອກາດໃໝ່ ໃຫ້ແກ່ຫວຽດນາມ - ảnh 1

 (ພາບ: Đức Tám)

(vovworld)– ​ ​ “ສັນຍາ​ການ​ຄ້າ​ເສລີ​ຈະ​ເປີດ​ໂອກາດ​ໃໝ່​ໃຫ້​ແກ່​ຫວຽດນາມ“ ທ່ານ ຫວຸ້ຮຸຍ​ຮ່ວາງ ລັດຖະມົນຕີ​ວ່າການ​ກະຊວງອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ ​ເມື່ອ​ຕອບ​ສຳພາດ​ນັກ​ຂ່າວ ພາຍ​ຫລັງ​ຫວຽດນາມ ​ແລະ ສຳພັນ​ທະ​ມິດພາສີ​ລັດ​ເຊຍ-​ເບ​ລາຣຸດ-ກາ​ຊັກ​ສະຖານ ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ສິ້ນ​ສຸດ​ການ​ເຈລະຈາ ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ສຳພັນ​ທະ​ມິດພາສີ​ລັດ​ເຊຍ-​ເບ​ລາຣຸດ-ກາ​ຊັກ​ສະຖານ (VCUFTA). ທ່ານລັດຖະມົນຕີ​ວ່າການ ຫວຸ້ຮຸຍ​ຮ່ວາງ ຖື​ວ່າ: ການ​ລົງ​ນາມ FTA ກັບສຳພັນ​ທະ​ມິດພາສີຈະ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ມີ​ໂອກາດ​ແຊກ​ຊືມ​ເຂົ້າຕະຫຼາດ​ສຳພັນ​ທະ​ມິດ​ໄວ​ກ່ວາ​ຄູ່​ຮ່ວມ​ມື​ອື່ນ​ ດ້ວຍ​ບັນດາ​ເງື່ອນ​ໄຂ​ບຸລິມະສິດ​ກ່ວາ; ຊ່ວຍ​ຍຸ້​ແຮງ​ການ​ສົ່ງ​ອອກ​ສິນຄ້າ, ການ​ບໍລິການ ​ແລະ ການລົງທຶນ​ຂອງ​ຫວຽດນາມ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ພື້ນ​ການ​ເສດຖະກິດ​ໂລກ​ບໍ່​ທັນ​ເປັນ​ປົກກະຕິ​ຄື​ປະຈຸ​ບັນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫຼາຍ​ປະ​ເພດ​ສິນຄ້າ​ຂອງ​ຫວຽດນາມ ສາມາດ​ເພີ່ມ​ມູນ​ຄ່າ​ສົ່ງອອກ​ໄປສຳພັນ​ທະ​ມິດ​ຄື: ສິນ​ໃນ​ນ້ຳ, ​ເຂົ້າສານ, ສະບຽງ​ອາຫການ, ​ເຄື່ອງ​ຕ່ຳ​ແຜ່​ນຕັດຫຍີບ…​ຄາດ​ວ່າ, ​ເມື່ອ FTA ມີ​ຜົນ​ສັກສິດ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນຂອງ​ສອງ​ຝ່າຍ​ຈະ​ເພີ່ມ​ຂຶ້ນ​ສະ​ເລ່ຍ 18-20%/ປີ, ຈາກລະດັບປະມານ 4 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2014 ຂຶ້ນ​ເຖິງ 10-12 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2020.

  ສຳລັບ​ຂົງ​ເຂດ​ການ​ບໍລິການ ​ແລະ ການລົງທຶນ, ການລົງທຶນ​ໂດຍ​ກົງ​ຈາກ​ສອງ​ຝ່າຍ​ຈະ​ເພີ່ມ​ຂຶ້ນ​ຍ້ອນ​ມີ​ຄຳໝັ້ນສັນຍາ​ຫັນ​ເປັນ​ເສ​ເລີ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ອຳນວຍ​ຄວາມ​ສະດວກກ່ວາ, ຄຸນ​ນະພາ​ບການ​ລົງ​ທຶນ​ຈະ​ໄດ້​ຮັບ​ການ​ປັບປຸງ​​ໃຫ້ດີກ່ວາ​ອີກ./.

ຂ່າວ/ບົດ​ອື່ນ