ສັນຍານຕັ້ງໜ້າໃນການພົວພັນລະຫວ່າງອາເມລິກາແລະກູບາ


ສັນຍານຕັ້ງໜ້າໃນການພົວພັນລະຫວ່າງອາເມລິກາແລະກູບາ - ảnh 1
ການ​ຈັບ​ມື​ມີ​ລັກສະນະ​ເປັນ​ສັນຍາ​ລັກ​ລະຫວ່າງ ປະທານາທິບໍດີ Obama ​ແລະ ປະທານ ກູ​ບາ Raul Castro
(ພາບ: AP)

(​vovworld) – ບັນດາ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ​ແລະ ກູ​ບາ ຫາ​ກໍ່​ພົບ​ປະກັນ​ຢູ່​ນະຄອນຫຼວງ Lahabana ຂອງ ກູ​ບາ, ​ເພື່​ອປຶກສາ​ຫາລື​ເລື່ອງ​ປະຕິບັດ​ສັນຍາ​ພັກອາ​ໄສ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ກູ​ບາ ​ເຊິ່ງລົງ​ນາມປີ 1994 ​ແລະ 1995. ກອງ​ປະຊຸມ​ຖືກ​ດຳ​​ເນີນ​ໄປ​ໃນ​ຈິດ​ໃຈ​ສ້າງສັນ ​ແລະ ນຳ​ມາ​ເຊິ່ງຜົນງານ​ຕັ້ງໜ້າ​ພໍ​ສົມຄວນ. ນີ້​ແມ່ນ​ຄັ້ງ​ທີ 2 ນັບ​ແຕ່​ເດືອນ 1/2011 ​ເປັນ​ຕົ້ນ​ມາ 2 ປະ​ເທດ​ຈັດ​ຕັ້ງ​ກອງ​ປະຊຸມ​ເພື່ອ​ປະຕິບັດ​ສັນຍາພັກ​​ອາ​ໄສ.

    ຕາ​ມວົງ​ການ​ຜູ້​ສັງ​ເກ​ດການ​​ແລ້ວ, ທ່າ​ອ່ຽງຕັ້ງໜ້າ​ໃນ​ການ​ພົວພັນລະຫວ່າງ ອາ​ເມ​ລິ​ກາ - ກູ​ບາ ​ໄດ້​ຮັບ​ການ​ເຊື່ອມ​ຕໍ່ຄືນ​ໃໝ່​ນັບ​ແຕ່​ເມື່ອ​ທ່ານ​ປະທານາທິບໍດີ Barack Obama ຮັບ​ດຳລົງ​ຕຳ​ແໜ່​ງອາຍຸ​ການ​ທີ 2. ທັງ 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ຈິງ​ໃຈ​ໃນ​ການ​ພົບ​ປະ​ຂອງ​ເຈົ້າ​ໜ້າ​ທີ່​ການ​ທູດ​ໄລຍະ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ການ​ຈັບ​ມື​ມີ​ລັກສະນະ​ເປັນ​ສັນຍາ​ລັກ​ລະຫວ່າງ ປະທານາທິບໍດີ Obama ​ແລະ ປະທານ ກູ​ບາ Raul Castro ຢູ່ ອາບຟຣີກາ ​ໃຕ້ ​ເມື່ອ​ເດືອນ 12 ປີ​ກາຍ, ​ເນື່ອງ​ໃນ​ໂອກາດ​ການ​ນຳ 2 ທ່ານ​ເຂົ້າ​ຮ່ວມ​ພິທີ​​ສົບ​ຂອງ​ອະດີດ​ປະທານາທິບໍດີ ອາບຟຣີກາ ​ໃຕ້ Nelson Mandela.

 



ຂ່າວ/ບົດ​ອື່ນ