ສັນຍາແລະບົດບັນທຶກຊ່ວຍຈຳກ່ວາ460ສະບັບໄດ້ຮັບການລົງນາມຢູ່Techmart2015

ສັນຍາແລະບົດບັນທຶກຊ່ວຍຈຳກ່ວາ460ສະບັບໄດ້ຮັບການລົງນາມຢູ່Techmart2015 - ảnh 1
ງານຕະຫລາດນັດ​ເຕັກ​ໂນ​ໂລ​ຢີ ​ແລະ ​ພາຫະນະ​
ຄື່ອງ​ຈັກສາກົນ ຫວຽດນາມ 2015
(ພາບ: khoahocphattrien.vn)

(vovworld) – ງານຕະຫລາດນັດ​ເຕັກ​ໂນ​ໂລ​ຢີ ​ແລະ ​ພາຫະນະ​ເຄື່ອງ​ຈັກສາກົນ ຫວຽດນາມ 2015 (Techmart 2015) ​ໄດ້ອັດ​ລົງ​ໃນ​ວັນ​ທີ 4/10 ຢູ່​ຮ່າ​ໂນ້ຍ. ພາຍຫລັງ​ດຳ​ເນີນ​ມາ​ເປັນ​ເວລາ 4 ວັນ, ງານຕະຫລາດນັດ​ເຕັກ​ໂນ​ໂລ​ຢີ ​ແລະ ພາຫະນະ​ເຄື່ອງ​ຈັກສາກົນ ຫວຽດນາມ 2015 ດ້ວຍ​ຫົວ​ຂໍ້ “ຮ່ວມ​ສຳພັນ​ພ້ອມ​ກັນ​ເຊື່ອມ​ໂຍງ ​ແລະ ພັດທະນາ​ແບບ​ຍືນຍົງ”, ​ໄດ້​ມີ​ສັນຍາ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ 463 ສະບັບ​ໄດ້​ຮັບ​ການ​ລົງ​ນາມ, ພ້ອມ​ກັບການ​ຕິດ​ຕໍ່​ພົວພັນ​ຄ້າ​ຂາຍ ​ເຕັກ​ໂນ​ໂລ​ຢີ, ​ພາຫະນະ​ເຄື່ອງ​ຈັກ ​ແລະ ຜະລິດ​ຕະພັນນັບ​ພັນ​ຄັ້ງ, ດ້ວຍ​ຍອດ​ມູນ​ຄ່າ 380 ຕື້​ກ່ວາ​ດົງ. Techmart 2015 ​​ໄດ້ເປັນ​ຂີດ​ໝາຍ​ບາດກ້າວ​ພັດທະນາ​ສຳຄັນ​ຂອງ​ຕະຫລາດ​ວິທະຍາສາດ ​ແລະ ​​ເຕັກ​ໂນ​ໂລ​ຢີ ຫວຽດນາມ.

 

ຂ່າວ/ບົດ​ອື່ນ