ສິ້ນສຸດກອງປະຊຸມລັດຖະ ມົນຕີການຕ່າງປະເທດຂະ ບວນການບໍ່ຮ່ວມກຸ່ມ

ສິ້ນສຸດກອງປະຊຸມລັດຖະ ມົນຕີການຕ່າງປະເທດຂະ ບວນການບໍ່ຮ່ວມກຸ່ມ - ảnh 1
ສິ້ນສຸດກອງປະຊຸມລັດຖະມົນຕີການຕ່າງປະເທດຂະບວນການບໍ່ຮ່ວມກຸ່ມ
(ພາບ: ອີນເຕີເນັດ)

(vovworld) - ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ “ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ” (ຫຼື NAM) ​ໄດ້​ສິ້ນ​ສຸດ​ລົງ​​ເມື່ອ​ວັນ​ທີ 10/5 ຢູ່​ນະຄອນ Sharm el Sheikh ປະ​ເທດ ອີ​ຢິບ ​ແລະ ຮັບຮອງ​ເອົາ “​ເອກະສານ​ສຸດ​ທ້າຍ Sharm el Sheikh”. ພາຍຫຼັງ​ດຳ​ເນີນ​ການ​ປຶກສາ​ຫາລື​ມາ​​ເປັນ​ເວລາ 4 ວັນ, ກອງ​ປະຊຸມ​ໄດ້​ເຫັນ​ດີ​​ເປັນ​ເອກະ​ພາບ​ຖື​ວ່າ: ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1961 ມາ​ຮອດ​ປະຈຸ​ບັນ “ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ” ຍາມ​ໃດ​ກໍ​ມານະ​ພະຍາຍາມ​ປົກ​ປັກ​ຮັກສາ​​ເອກະລາດ ​ແລະ ການພັດທະນາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ນັບ​ມື້​ນັບ​ນັບ​ສົ່ງ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ. ກອງ​ປະຊຸມ​ໄດ້​ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ ປາ​​ແລດ​ຕີນ ​ແລະ ຊີຣີ ​ເພີ່ມ​ທະວີ​ການ​ໂອ້​ລົມ​ສົນທະນາ, ​ແກ້​ໄຂ​​ການ​ພິພາດ​ກັນ​ໂດຍ​ສັນຕິ. ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ “ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ” ຄັ້ງ​ນີ້ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ຜູ້ຕາງ​ໜ້າ 100 ປະ​ເທດ​ສະມາຊິກ ​ແມ່ນ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ກອງ​ປະຊຸມ​ຂັ້ນ​ສູງ​​ເຊິ່ງຈະ​ດຳ​ເນີນ​ຢູ່​ອີຣານ​ໃນ​ເດືອນ 8 ຈະ​ມາ​ເຖິງ. ມາຮອດ​ປະຈຸ​ບັນ, “ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ” ​ໄດ້​ມີ​ 120 ປະ​ເທດ​ສະມາຊິກ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ປະ​ເທດ​ພວມ​ພັດທະນາ​ຢູ່ ອາຊີ, ອາບຟຣີກາ ​ແລະ ອາ​ເມ​ລິ​ກາ​ລາຕີ​ນ.

ຂ່າວ/ບົດ​ອື່ນ