![ສິ້ນສຸດການແຂ່ງຂັນຍິງບັ້ງໄຟດອກສາກົນ 2015 - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_04_30/003ph.jpg)
ການຍິງບັ້ງໄຟດອກຂອງທິມ ອົດສະຕາລີ
(ພາບ: Trần Lê Lâm – TTXVN)
|
(vovworld) - ດ້ວຍຫົວຂໍ້ວ່າ “ດ່ານັ້ງ - ບົດດົນຕີປະສານສຽງດ້ວຍສີສັນຕ່າງໆ“,ການແຂ່ງຂັນຍິງບັ້ງໄຟດອກສາກົນ 2015 ມີການເຂົ້າຮ່ວມຂອງ 5 ທິມ, ທີ່ມາຈາກ 5 ປະເທດມະຫາອຳນາດກ່ຽວກັບບັ້ງໄຟດອກຢູ່ໂລກເຊັ່ນ, ອາຟະລິກາໃຕ້, ອາເມລິກາ, ອົດສະຕາລີ, ໂປໂລຍ ແລະ ດ່ານັ້ງຂອງຫວຽດນາມ. ທິມອົດສະຕາລີ ໄດ້ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ຜູ້ຊົມ, ດ້ວຍການປະສານສົມທົບລະຫວ່າງ ສີ - ແສງ - ສຽງ. ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ໃຫ້ທິມອົດສະຕລີ, ລາງວັນທີ 2 ໃຫ້ທິມໂປໂລຍ, ລາງວັນທີ 3 ໃຫ້ທິມດ່ານັ້ງ - ຫວຽດນາມ ແລະ ທິມອາເມລິກາ. ສ່ວນທິມອາຟະລິກາໃຕ້ ໄດ້ຮັບລາງວັນຊົມເຊີຍ. ການແຂ່ງຂັນຍິງບັ້ງໄຟດອກສາກົນ 2015 ໄດ້ດຶງດູດຜູມາຊົມເກືອບ 500.000 ຄົນ.