ສືບຕໍ່ຍົກສູງຄວາມຮັບຮູ້,ຄວາມຮັບຜິດຊອບສຳລັບວຽກງານຫລຸດຜ່ອນຄວາມທຸກຍາກ

ສືບຕໍ່ຍົກສູງຄວາມຮັບຮູ້,ຄວາມຮັບຜິດຊອບສຳລັບວຽກງານຫລຸດຜ່ອນຄວາມທຸກຍາກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງກ່າວ​ຄຳ​ເຫັນ​
ທີ່ກອງ​ປະ​ຊຸມ
ພາບ:ptnnew.com

 (vovworld)-​ ​​ ​​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ​ຕ່າງໆ ຄວ​ນ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ວຽກ​ງານ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ນັ້ນ​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ທີ່ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ສະ​ຫລ​ຸບ 6 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ 30 a ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ໂຄງ​ການ​ຫນູນ​ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ ສຳ​ລັບ​ບັນ​ດາ​ເມືອງ​ທຸກ​ຍາກ​ຊື່ງ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 8/5 ຢູ່ ຮ່າ​ໂນ້ຍ.

ຕາມ​ບົ​ດ​ລາຍ​ງານ​ທີ່ກອງ​ປະ​ຊຸມ, ໃນ 6 ປີ​ແຫ່ງ​ການ​ປະ​ຕິ​ບັດ, ງົບ​ປະ​ມານ​ແຫ່ງ​ລັດ​ໄດ້​ຫນູນ​ຊ່ວຍ​ບັນ​ດາ​ເມ​ືອງ​ທຸກ​ຍາກ​ຕາມ​ໂຄງ​ການ 30 a ແມ່ນ 22.000 ຕື້​ດົງ. ສະ​ເລ່ຍ​ແຕ່​ລະ​ເມືອງ​ທຸກ​ຍາກ​ໄດ້​ຮັບ​ເງິນ​ຫນູນ​ຊ່ວຍ 35-40 ຕື້​ດົງ/ປີ. ໝ​າກ​ຜົນ​ການ​ປະ​ຕິ​ບັດ​ຈຸດ​ໝາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໄລ​ຍະ 2011-2014, ຈຳ​ນວນ​ຄອບ​ຄົວ​ທຸກ​ຍາກ​ຢູ່ 64 ເມືອງ​ທຸກ​ຍາກ​ໄດ້​ຫລຸດ​ລົງ​ເກືອບ 38%. ກ່າວ​ຄຳ​ເຫັນ​ສະ​ຫລຸບກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ຍາມ​ໃດ​ລັດ​ຖະ​ບານ​ກໍ​ຖື​ວຽກ​ງານ​ຫລຸ​ດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ເປັນ​ສຳ​ຄັນ, ພິ​ເສດ ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງວ່ອງ​ໄວ, ໝັ້ນ​ຄົງ​ສຳ​ລັບ​ບັນ​ດາ​ເມືອງ​ທຸກ​ຍາກ ແມ່ນ​ຫນ້າ​ທີ່​ຈຸດ​ສຸມ.

 

ຂ່າວ/ບົດ​ອື່ນ