ສືບຕໍ່ປະຕິບັດນະໂຍບາຍບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີເປັນຢ່າງດີ ວັນຈັນ ທີ 5 ກັນຍາ ຄ.ສ. 2016 | 17:26:21 ທ່ານນາງ ຫງວຽນທິກິມເງິນຢູ່ ສູນບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ (ພາບ: baomoi.com) (vovworld) – ຕອນເຊົ້າວັນທີ 5/9, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມສູນບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ, ເທດສະບານ ລອງຫາຍ, ເມືອງ ລອງດ່ຽນ, ແຂວງ ບ໋າເຣ້ຍ ຫວູງເຕົ່າ, ຢ້ຽມຢາມອະນຸສາວາລີນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫວໍທິເຊົ໋າ. ນອກຈາກການລ້ຽງດູທະຫານເສຍອົງຄະ, ທະຫານເຈັບປວຍແລ້ວ, ແຕ່ລະປີສູນບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ ໄດ້ຜັດປ່ຽນກັນລ້ຽງດູຜູ້ມີຄຸນງາມຄວາມດີຂອງບັນດາແຂວງພາກໃຕ້ແຕ່ 2.500 ຮອດ 3.000 ເທື່ອຄົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ໃນຊຸມປີມໍ່ໆມານີ້, ພັກ ແລະ ລັດສືບຕໍ່ປະຕິບັດນະໂຍບາບບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີ. ສະພາແຫ່ງຊາດໄດ້ປັບປຸງລັດຖະບັນຍັດໃຫ້ແກ່ຜູ້ມີຄຸນງາມຄວາມດີ, ໄລຍະຈະມາເຖິງຈະຍົກລັດຖະບັນຍັດຂຶ້ນເປັນກົດໝາຍວ່າດ້ວຍຜູ້ມີຄຸນງາມຄວາມດີ, ກ່ຽວກັບເປົ້າໝາຍກ” ໄດ້ຮັບການປັບປຸງກ່ວາເມື່ອທຽບໃສ່ບັນດານະໂຍບາຍກົດໝາຍພວມປະກາດໃຊ້. ແລະກໍ່ໃນຕອນເຊົ້າວັນທີ 5/9, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຖະຫວາຍທູບທຽນ ແລະ ຢ້ຽມຢາມອະນຸສາວາລີນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫວໍທິເຊົ໋າ ຢູ່ເທດສະບານເດີດໂດ໋, ເມືອງ ເດີດໂດ໋. Tag vovworld ສະພາແຫ່ງຊາດ ຂ່າວ/ບົດອື່ນ ຫວຽດນາມ ສະເຫນີ ອາເມລິກາ ຕີລາຄາຢ່າງພາວະວິໄສກ່ຽວກັບສະພາບການສາສະຫນາ,ການເຊື່ອຖືສາສະຫນາ ຂອງຫວຽດນາມ ຫວຽດນາມ ແລະລາວ ແບ່ງປັນບົດຮຽນກ່ຽວກັບການປັບປຸງລັດຖະທຳມະນູນ ສື່ມວນຊົນ ສ.ເກົາຫຼີ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເກົາຫຼີ ແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມມືກັນເພື່ອການພັດທະນາ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ