ສ​ປ​ຊ ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່ ລີ​ບີ

(VOVWORLD) -ພາຍຫຼັງເຫດຍິງປືນຢ່າງດຸເດືອດ 1 ວັນ ລະຫວ່າງກຳລັງທະຫານຢູ່ນະຄອນຫຼວງ Tripoli ຂອງ ລີບີ, ວັນທີ 11 ມິຖຸນາ, ຄະນະຜູ້ແທນ ສປຊ ປະຈຳ ລີບີ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການປະທະກັນນີ້.
ສ​ປ​ຊ ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່ ລີ​ບີ - ảnh 1ນະຄອນຫຼວງ Tripoli ຂອງ ລີບີ (ພາບ: THX/TTXVN)

ການປະທະກັນຫຼ້າສຸດນີ້ ເນີນໃນສະພາບການ ລີບີ ສືບຕໍ່ຖືກແບ່ງແຍກລະຫວ່າງລັດຖະບານຝ່າຍຄ້ານ - ໂດຍບໍ່ຫົວຊາຕໍ່ຄວາມມານະພະຍາຍາມໃນເວລາກວ່າ 1 ປີ ເພື່ອມຸ່ງເຖິງຄວາມເປັນເອກະພາບ. ປັດຈຸບັນ, ຍັງບໍ່ທັນຮູ້ສາຍເຫດທີ່ພາໃຫ້ເກີດການໃຊ້ຄວາມຮຸນແຮງຢູ່ນະຄອນແຄມທະເລ, ແຕ່ຕາມຄລິບວິດີໂອທີ່ໄດ້ແຊສໃນສື່ສັງຄົມອອນລາຍ ໄດ້ຊີ້ໃຫ້ເຫັນວ່າ ບັນດາຄອບຄົວທີ່ມີເດັກນ້ອຍພວມຕ້ອງໄປລີ້ໄພ ແລະ ລົບໜີ ຂະນະທີ່ຖືກລູກປືນໃຫ່ຍຢ່າງລຽນຕິດຍາມຕອນກາງຄືນ.

ໃນຖະແຫຼງການໜຶ່ງ, ຄະນະຜູ້ແທນ ສປຊ ປະຈຳ ລີບີ ໄດ້ຊີ້ແຈ້ງວ່າ ການປະທະກັນທີ່ກໍ່ຄວາມອັນຕະລາຍໃຫ້ແກ່ສາມັນຊົນ ແລະ ຮຽກຮ້ອງໃຫ້ປະຊາຊົນ ລີບີ “ຈົ່ງມານະພະຍາຍາມຈົນສຸດຄວາມສາມາດ ເພື່ອຮັກສາສະຖຽນລະພາບທີ່ບອກບາງຂອງປະເທດຊາດ  ໃນຈຸດເວລາສະດຸງໄວ້ນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ