ສປຊ ຮັບຮູ້ວ່າອາຍພິດ ຊາຣິນໄດ້ຖືກນຳໃຊ້ ຢູ່ຊີຣີ

ສປຊ ຮັບຮູ້ວ່າອາຍພິດ ຊາຣິນໄດ້ຖືກນຳໃຊ້ ຢູ່ຊີຣີ - ảnh 1
(​ພາບ:thanhnien.com.vn)

 (vovworld)- ວັນ​ທີ 16/9, ຜູ້ຕາງໜ້າ​ຂອງ​ກຸ່ມ​ຜູ້​ຊ່ຽວຊານ ສປຊ ​ໄດ້​ຍື່ນ​ສະ​ເໜີບົດ​ລາຍ​ງານ​ກ່ຽວ​ກັບ​ວິວັດ​ການ​ສືບສວນ​ເຫດການ​ບຸກ​ໂຈມຕີ​ນຳ​ໃຊ້​ອາວຸດ​ເຄມີ​ຢູ່​ຊີຣີ ​ເມື່ອ​ວັນ​ທີ 21/8 ​ຕໍ່​ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ. ບົດ​ລາຍ​ງານ​ສະຫລຸບ​ວ່າ: ມີ​ບັນດາ​ພະຍານ​ຫຼັກ​ຖານ​ທີ່​ຈະ​ແຈ້ງ ​ແລະ ​ເກັ້ຍກ່ອມ​ຊ່ວຍ​ຢັ້ງຢືນອາວຸດ​ເຄມີ​ຖືກ​ນຳ​ໃຊ້ຢູ່​​ເຂດ Ghouta  ຊານ​ນະຄອນຫຼວງ Damacus ​ແນ່​ໃສ ສາມັນ​ຊົນ, ​ໃນ​ນັ້ນມີ​ທັງ​ເດັກນ້ອຍ ​ໃນ​ຂອບ​ເຂດ​ກ້ວາງ​ພໍ​ສົມຄວນ​ແຕ່​ບົດ​ລາຍ​ງານ​ບໍ່​ໄດ້​​ແຈ້ງ​ຊື່​ຝ່າຍ​ໃດຢູ່​ຊີຣີ ​​ໄດ້​ປະຕິບັດ​ເຫດການ​ບຸກ​ໂຈມ​ຕີ​ດັ່ງກ່າວ.

 ກ່າວ​ຄຳ​ເຫັນ​ພາຍຫຼັງ​ທີ່ກຸ່ມ​ຊ່ຽວຊານ​ຍື່ນ​ສະ​ເໜີບົດ​ລາຍ​ງານ​, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ຢືນຢັນ​ວ່າ: ການ​ບຸກ​ໂຈມ​ຕີ​ດ້ວຍອາວຸດ​ເຄມີ​ຢູ່​ຊີຣີ ​ແມ່ນ​ໂທດ​ກຳ​ສົງຄາມ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ສະພາ​ຄວາມໝັ້ນຄົງ ສປຊ ຈົ່ງ​ຊັ່ງຊາ​ບັນດາ​ມາດ​ຕະການ​ຮັບປະກັນ​​ເພື່ອໃຫ້​ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີຊີຣີ Bashar al Assad ​ປະຕິບັດ​ຕາມ​ແຜນການ​ຂອງລັດ​ເຊຍ ​ແລະ ​ອາ​ເມ​ລິ​ກາ​ ​ເພື່ອ​ແນ​ໃສ່​ທຳລາຍ​ສາງ​ອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້. ​ໃນ​ຂະນະ​ນັ້ນ, ຫຼາຍ​ປະ​ເທດ​ຝ່າຍຕາ​ເວັນ​ຕົກ​ສືບ​ຕໍ່​ຖື​ວ່າ: ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີຊີຣີ Bashar al Assad ຕ້ອງ​ຮັບຜິດຊອບ​ຕໍ່​ເຫດການ​ດັ່ງກ່າວ.

 

 

 

ຂ່າວ/ບົດ​ອື່ນ