ສ​ປ​ຊ ຮຽກ​ຮ້ອງ​​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ເພື່ອ​ແນ​ໃສ່​ນຳ ລີ​ບີ ກ້າວສູ່​ໄລ​ຍະ​ມີ​ສະ​ຖຽນ​ລະ​ພາບ

(VOVWORLD) - ທ່ານນາງ Rose Marie DiCarlo ເນັ້ນໜັກເຖິງຄວາມຈຳເປັນຕ້ອງສົມທົບກັນກະທຳເພື່ອຊຸກຍູ້ທຸກຝ່າຍໃຫ້ຄຳໝັ້ນສັນຍາບັນລຸໄດ້ຄວາມເຫັນດີເຫັນພ້ອມເພື່ອແນໃສ່ນຳ ລີບີກ້າວສູ່ໄລຍະມີສະຖຽນລະພາບ.
ສ​ປ​ຊ ຮຽກ​ຮ້ອງ​​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ເພື່ອ​ແນ​ໃສ່​ນຳ ລີ​ບີ ກ້າວສູ່​ໄລ​ຍະ​ມີ​ສະ​ຖຽນ​ລະ​ພາບ - ảnh 1ທ່ານນາງ Rose Marie DiCarlo ຮອງເລຂາທິການໃຫຍ່ ສປຊ ຜູ້ຮັບຜິດຊອບບັນດາບັນຫາກ່ຽວກັບການເມືອງ ແລະ ສ້າງສັນຕິພາບ (ພາບ: libyaobserver.ly)

ທີ່ການພົບປະຢູ່ນະຄອນຫຼວງ Tripoli ຂອງລີບີ ໃນວັນທີ 8 ກັນຍາ, ທ່ານນາງ Rose Marie DiCarlo ຮອງເລຂາທິການໃຫຍ່ ສປຊ ຜູ້ຮັບຜິດຊອບບັນດາບັນຫາກ່ຽວກັບການເມືອງ ແລະ ສ້າງສັນຕິພາບ ແລະ ທ່ານ Mohammed Al-Manfi ປະທານສະພາປະທານາທິບໍດີ ລີບີ ໄດ້ປຶກສາຫາລືກ່ຽວກັບບັນດາການຜັນແປດ້ານການເມືອງ, ເສດຖະກິດ ແລະ ການທະຫານຫຼ້າສຸດຢູ່ລີບີ, ກໍ່ຄືບັນດາຄວາມມານະພະຍາຍາມເພື່ອແນໃສ່ຊຸກຍູ້ວິວັດການດ້ານການເມືອງຢູ່ປະເທດ ອາບຟຼິກກາເໜືອນີ້.

ທ່ານນາງ Rose Marie DiCarlo ເນັ້ນໜັກເຖິງຄວາມຈຳເປັນຕ້ອງສົມທົບກັນກະທຳເພື່ອຊຸກຍູ້ທຸກຝ່າຍໃຫ້ຄຳໝັ້ນສັນຍາບັນລຸໄດ້ຄວາມເຫັນດີເຫັນພ້ອມເພື່ອແນໃສ່ນຳ ລີບີກ້າວສູ່ໄລຍະມີສະຖຽນລະພາບ. ສ່ວນທ່ານ Mohammed Al-Manfi ຢັ້ງຢືນຈະເພີ່ມທະວີການຮ່ວມມືກັບຄະນະປະຕິບັດງານເພື່ອຊຸກຍູ້ບັນດາມາດຕະການແກ້ໄຂ ແລະ ຄວາມເຫັນດີເຫັນພ້ອມມຸ່ງໄປເຖິງການມີຄວາມເປັນເອກະພາບລະຫວ່າງບັນດາລະບອບ ຕາມຂໍ້ຕົກລົງການເມືອງໂດຍ ສປຊ ອຸປະຖຳ, ຮັບປະກັນສະຖຽນລະພາບ ແລະ ຈັດຕັ້ງການເລືອກຕັ້ງແຫ່ງຊາດ ຢູ່ລີບີ.

ຕອບກັບ

ຂ່າວ/ບົດ​ອື່ນ