ສ​ປ​ຊ​ ຮຽກ​ຮ້ອງໃຫ້ ການ​ເຈ​ລະ​ຈາ​ຢູ່ ສີ​ລັງ​ກາ

(VOVWORLD) -ໃນຖະແຫຼງການສະບັບໜຶ່ງ, ທ່ານຮອງໂຄສົກ ສປຊ Farhan Haq ໃຫ້ຮູ້ວ່າ: ທ່ານເລຂາທິການໃຫຍ່ ສືບຕໍ່ຕິດຕາມບັນດາການຜັນແປຢູ່ສີລັງກາຢ່າງຕິດແທດ. ຍາມໃດທ່ານກໍ່ມີຄວາມສາມັກຄີກັບປະຊາຊົນສີລັງກາ
ສ​ປ​ຊ​ ຮຽກ​ຮ້ອງໃຫ້ ການ​ເຈ​ລະ​ຈາ​ຢູ່ ສີ​ລັງ​ກາ - ảnh 1ຜູ້ແຫ່ຂະບວນປະທ້ວງ (ພາບ: Reuters)

ວັນທີ 11 ກໍລະກົດ, ທ່ານເລຂາທິຫານໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມການເຈລະຈາ ເພື່ອແນໃສ່ "ຮັບປະກັນວິວັດການມອບຮັບອຳນາດການປົກຄອງຢ່າງສະດວກ ແລະ ຊອກຫາມາດຕະການແກ້ໄຂວິກິດການດ້ານເສດຖະກິດທີ່ຮ້າຍແຮງຢູ່ ສີລັງກາ”. ໃນຖະແຫຼງການສະບັບໜຶ່ງ, ທ່ານຮອງໂຄສົກ ສປຊ Farhan Haq ໃຫ້ຮູ້ວ່າ: ທ່ານເລຂາທິການໃຫຍ່ ສປຊ ສືບຕໍ່ຕິດຕາມບັນດາການຜັນແປຢູ່ສີລັງກາຢ່າງຕິດແທດ. ຍາມໃດທ່ານກໍ່ມີຄວາມສາມັກຄີກັບປະຊາຊົນສີລັງກາ. ທ່ານເລຂາທິການໃຫຍ່ ສປຊ ໄດ້ກ່າວປະນາມທຸກການກະທຳທີ່ໃຊ້ຄວາມຮຸນແຮງ ແລະ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງມີຄວາມຮັບຜິດຊອບ, ທ່ານກໍ່ເນັ້ນໜັກເຖິງຄວາມສຳຄັນສູງທີ່ສຸດຂອງການຮັກສາສັນຕິພາບ. ສປຊ ພ້ອມແລ້ວທີ່ຈະໜູນຊ່ວຍ ສີລັງກາ ແລະ ປະຊາຊົນປະເທດນີ້.

ກ່ອນໜ້ານັ້ນ, ວັນທີ 10 ກໍລະກົດ, ບັນດາພັກການເມືອງຝ່າຍຄ້ານ ຢູ່ ສີລັງກາ ໄດ້ຈັດກອງປະຊຸມເປັນກຸມເພື່ອເຫັນດີເປັນເອກະພາບກ່ຽວກັບການສ້າງລັດຖະບານຊຸດໃໝ່ເມື່ອມີຜູ້ແຫ່ຂະບວນປະທ້ວງນັບພັນຄົນ ໄປຍັງນະຄອນຫຼວງ Colombo , ທຳລາຍຮົ້ວປ້ອງກັນ ແລະ ບຸກເຂົ້າທຳນຽບປະທານາທິບໍດີ ແລະ ທຳນຽບນາຍົກລັດຖະມົນຕີ ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ