ສປຊ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງແກ້ໄຂການປະທະກັນຢູ່ ອາຟຣິກາ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມສຸດຍອດສະຫະພາບ ອາຟຣິກາ (ເອຢູ) ຄັ້ງທີ 30 ຢູ່ Ethiopia,
ສປຊ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງແກ້ໄຂການປະທະກັນຢູ່ ອາຟຣິກາ - ảnh 1 ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres  (ພາບອິນເຕີແນັດ)

ວັນທີ 27 ມັງກອນ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ຢັ້ງຢືນວ່າ ປະຊາຄົມສາກົນ ຈະບໍ່ອາດຊອກຫາໄດ້ສັນຕິພາບ ແລະ ຄວາມໝັ້ນຄົງ ຖ້າຫາກ ອາຟຣິກາ ບໍ່ສະກັດກັ້ນ ແລະ ຊອກຫາມາດຕະການແກ້ໄຂບັນດາການປະທະກັນ. ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ກໍ່ຕີລາຄາສູງຄວາມມານະພະຍາຍາມຂອງບັນດາປະເທດ ອາຟຣິກາ ໃນການແກ້ໄຂບັນຫາຊາວອົບພະຍົບ, ຖືວ່າ ເລື່ອງບັນດາປະເທດເປີດປະຕູໃຫ້ຊາວອົບພະຍົບ ແລະ ຊາວລີ້ໄພ ແມ່ນບົດຮຽນ ຊຶ່ງບັນດາປະເທດພາຍນອກສາມາດທາບທາມ. ທ່ານ Antonio Guterres ໃຫ້ຄຳໝັ້ນສັນຍາວ່າ ສະຫະປະຊາຊາດ ຈະສືບຕໍ່ໜູນຊ່ວຍ ອາຟຣິກາ, ພ້ອມທັງ ຢັ້ງຢືນວ່າ ການພົວພັນລະຫວ່າງ ສະຫະປະຊາຊາດ ແລະ ເອຢູ ແມ່ນ “ການພົວພັນຄູ່ຮ່ວມມືສຳຄັນທີ່ສຸດ” ແລະ “ການຮ່ວມມືກັບ ເອຢູ ແມ່ນປັດໃຈຍຸດທະສາດພື້ນຖານ ເພື່ອໃຫ້ສະຫະປະຊາຊາດ ສາມາດເຮັດສຳເລັດໜ້າທີ່ຂອງຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ