ສປປ.ເກົາຫຼີກ່າວປະນາມການຊ້ອມຮົບທະຫານປືນໃຫຍ່ດ້ວຍຂອບຂະໜາດໃຫຍ່ຂອງສ.ເກົາຫຼີ
![ສປປ.ເກົາຫຼີກ່າວປະນາມການຊ້ອມຮົບທະຫານປືນໃຫຍ່ດ້ວຍຂອບຂະໜາດໃຫຍ່ຂອງສ.ເກົາຫຼີ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_08_21/2110.jpg)
ການຊ້ອມຮົບທະຫານປືນໃຫຍ່ ສ.ເກົາຫຼີ
(ພາບ: yonhap)
(vovworld) - ວັນທີ 21/08 ສປປ.ເກົາຫຼີ ກ່າວປະນາມການຊ້ອມຮົບທະຫານປືນໃຫຍ່ດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນຂອງກອງທັບ ສ.ເກົາຫຼີ, ຖືນີ້ແມ່ນການກະທຳເກາະຜິດທີ່ອັນຕະລາຍນາບຂູ່ເຖິງພື້ນຖານສັນຕິພາບໃນພາກພື້ນ. ເວັບໄຊ Uriminzokkori ຂອງສຳນັກຂ່າວສານ KCN ຂອງ ສປປ.ເກົາຫຼີ ແຈ້ງໃຫ້ຮູ້ວ່າ: ການຊ້ອມຮົບໄດ້ດຳເນີນຢູ່ລຽບຕາມເຂດປອດການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນວັນທີ 18/08 ດ້ວຍການເຂົ້າຮ່ວມຂອງ ປືນໃຫຍ່ 300 ກະບອກ ທີ່ຂຶ້ນກັບ 49 ກອງພັນທະຫານປືນໃຫຍ່ ສ.ເກົາຫຼີ ແມ່ນສິ່ງທ້າທາຍທີ່ ບໍ່ສາມາດຍອມຮັບໄດ້ສຳລັບ ພຽງຢາງ.