ສປປ.ເກົາຫຼີກ່າວເຕືອນບຸກໂຈມຕີໂຕ້ຕອບການສ້ອມຮົບຮ່ວມສ.ເກົາຫຼີ-ອາເມລິກາ

ສປປ.ເກົາຫຼີກ່າວເຕືອນບຸກໂຈມຕີໂຕ້ຕອບການສ້ອມຮົບຮ່ວມສ.ເກົາຫຼີ-ອາເມລິກາ - ảnh 1
ທະຫານ ສປປ ເກົາຫຼີ ພວມສ້ອມຮົບ
(ພາບ: kienthuc.net.vn)

(vovworld) – ​ວັນ​ທີ 17/8, ໂທລະພາບ​ສູນ​ກາງ ສປປ. ​ເກົາຫຼີ ​ໃຫ້​ຮູ້​ວ່າ: ພຽງ​ຢາງ​ ກ່າວ​ເຕືອນ ​ເຊີ​ອູ​ນ ວ່າ: ປະ​ເທ​ດນີ້​ຈະ​ດຳ​ເນີນ​ການບຸກ​ໂຈມ​ຕີ ​ໃນບໍ່​ວ່າ​ຈຸດ​ເວລາ​ໃດ​ເພື່ອ​ໂຕ້​ຕອບ​ການ​ສ້ອມ​ຮົບ​ຮ່ວມ ສ. ​ເກົາຫຼີ - ອາ​ເມ​ລິ​ກາ ທີ່​ມີ​ຊື່ວ່າ “ຜູ້​ປ້ອງ​ກັນ​ຄວາມ​ເສ​ລີ Ulchi” (UFG), ​ເຊິ່ງຈະ​ດຳ​ເນີນ​ໃນ​ລະ​ຫວ່າງ​ວັນ​ທີ 18 – 21/8.

    ​ໃນ​ຖະ​ແຫຼ​ງການ​ຂອງ​ຕົນ, ​ໂຄສົກ​ກອງ​ເສນາ​ທິການ​ໃຫຍ່​ກອງ​ທັບ​ປະຊາຊົນ ສປປ ​ເກົາຫຼີ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ການ​ສ້ອມ​ຮົບ​ UFG ປີ​ນີ້ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ກຳລັງ​ກອງທັບ ອາ​ເມລິ​ກາ ​ແລະ ສ ​ເກົາຫຼີ ​ເປັນ​ຈຳນວນ​ຫຼາຍອັນ​ໄດ້ເຮັດ​ໃຫ້​ແຫຼມ ​ເກົາຫຼີ ​ຕົກເຂົ້າສູ່ “ສະພາບ​​ອັນຕະລາຍ”. ຖະ​ແຫຼ​ງການ​ເນັ້ນ​ໜັກ​ວ່າ: ອາ​ເມ​ລິ​ກາ ​ແລະ ສ ​ເກົາຫຼີ ​ໄດ້​ຖະ​ແຫຼ​ງສົງ​ຄາມ​ດ້ວຍ​ການ​ນາບ​ຂູ່​ນຳ​ໃຊ້​ຍຸດ​ທະ​ສາດ​ຂົມ​ຂູ່​ໃນ​ການ​ສ້ອມ​ຮົບ​ການ​ທະຫານ​ຈະ​ມາ​ເຖິງ, ດັ່ງ​ນັ້ນ, ອີກ​ເທື່ອ​ໜຶ່ງ ສປປ ​ເກົາຫຼີ ຢັ້ງຢືນ​ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຢ່າງ​ແຮງ​ໃນ​ບໍ່​ວ່າ​​ເວລາ​ໃດ​ຕາມ​ວິທີ​ສະ​ເພາະ​ຂອງ​ຕົນ.


ຂ່າວ/ບົດ​ອື່ນ