ສປປເກົາຫຼີຊັ່ງຊາການໂຈະ ແຜນການຍິງດາວທຽມ

ສປປເກົາຫຼີຊັ່ງຊາການໂຈະ ແຜນການຍິງດາວທຽມ - ảnh 1

(ພາບ:vietnamplus.vn)

(VOV)-  ວັນ​ທີ 9/12,​ ສຳນັກ​ຂ່າ​ວານ Kyodo ​ໄດ້​ຄັດ​ສະ​ເຫຼີ​ຈາກ​ແຫຼ່ງຂ່າວ​ຂອງສຳນັກ​ຂ່າວສານ​ສູນ​ກາງ​ ສປປ ​ເກົາຫຼີ KCNA ​ໂດຍ​ໃຫ້​ຮູ້​ວ່າ: ສປປ ​ເກົາຫຼີ ພວມຊັ່ງຊາ​ການ​ໂຈະ​ແຜນການ​ຍິງລູກ​ສອນ​ໄຟ​ນຳ​ດາວ​ທຽມຊື່​ງຄາດ​ວ່າ​ຈະ​ປະຕິບັດ​ໃນ​ໄລຍະ​ເວລາ​ແຕ່​ວັນ​ທີ 10-22/12. ຄະນະ​ກຳມະການ​ເຕັກ​ໂນ​ໂລ​ຊີ​ຍານອາ​ວະ​ກາດສປປ ​ເກົາຫຼີ ປະກາດ​ວ່າ, ​ໃນ​ວິ​ວັດ​ການ​ກະກຽມ, ມີ​ບາງ​ບັນຫາ​ໄດ້​ເກີດ​ຂຶ້ນ ບັງຄັບ​ໃຫ້​ບັນດາ​ນັກວິທະຍາສາດ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ​ຕ້ອງ​ຊັ່ງຊາ​ຢ່າງ​ເຂັ້ມງວດ​ເຖິງ​ຄວາມ​ສາມາດ​ຕ້ອງ​ໂຈະ​ແຜນການ​ນີ້​ໄວ້. ຕາມ​ແຜນການ​ໄດ້​ປະກາດ​ເມື່ອ​ຕົ້ນ​ເດືອນ 12/2012, ພຽງ​ຢາງ ຄາດ​ວ່າ​ຈະ​ຍິງ​ລູດສອນ​ໄຟ​ນຳ​ດາວ​ງທຽມ​ສັງ​ເກດ​ໜ່ວຍ​ໂລກ Kwangmyungsang-3 ຈາກ​ຖານ​ຍິງ​ລູກ​ສອນ​ໄຟ Tongchang-ri.

ຂ່າວ/ບົດ​ອື່ນ