ສປປ.ເກົາຫຼີຢັ້ງຢືນເຈດຕະນາດີຢາກໄກ່ເກ່ຍກັບສ.ເກົາຫຼີ

ສປປ.ເກົາຫຼີຢັ້ງຢືນເຈດຕະນາດີຢາກໄກ່ເກ່ຍກັບສ.ເກົາຫຼີ - ảnh 1
ເອກ​ອັກຄະ​ລັດຖະທູດ ສປປ ​ເກົາຫຼີ ປະຈຳ ຈີນ ທ່ານ Ji Jae Ryong
(ພາບ: Reuters)


(vovworld) – ວັນ​ທີ 29/1, ​ເອກ​ອັກຄະ​ລັດຖະທູດ ສປປ ​ເກົາຫຼີ ປະຈຳ ຈີນ ທ່ານ Ji Jae Ryong ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບຄວາມ​ຕັດສິນ​ໃຈ​ຂອງ​ພຽງ​ຢາງ​ໃນ​ການ​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ ກ່ຽວ​ກັບ​ບັນຫາ​ນິວ​ເຄຼິຍຄືນ​ໃໝ່, ພ້ອມ​ທັງ​ຮຽກຮ້ອງ​ໃຫ້ ອາ​ເມ​ລິ​ກາ ປະຕິ​ບັດ​ບັນດາ​ໜ້າ​ທີ່​ຂອງ​ປະ​ເທດ​ນີ້​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ປອດ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ.

    ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ທີ່​ສຳນັກງານ​ສະຖານທູດ ສປປ ​ເກົາຫຼີ ຢູ່​ນະຄອນຫຼວງ ປັງ​ກິ​ງ, ທ່ານ​ເອກ​ອັກຄະ​ລັດຖະທູດ Ji Jae Ryong ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄື: ສ ​ເກົາຫຼີ, ອາ​ເມ​ລິ​ກາ, ຈີນ, ຍີ່ປຸ່ນ ​ແລະ ລັດ​ເຊຍ ຈົ່ງສົ່ງ​ເສີມ​ການ​ເຊື່ອມ​ຕໍ່​ການ​ປຶກສາ​ຫາລື​ນີ້​ຢ່າງ​ຮີບ​ດ່ວນ.

    ທ່ານ​ເອກ​ອັກຄະ​ລັດຖະທູດ Ji Jae Ryong  ຊີ້​ແຈ້ງວ່າ ການ​ປອດ​ນິວ​ເຄຼຍ ​ໃນ​ແຫຼ​ມ ​ເກົາຫຼີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຜນ​ນະ​ໂຍບາຍ​ຍາວ​ນານ​ຂອງ​ປະ​ເທດ​ນີ້, ​ແຕ່​ທ່ານ​ກໍ່​ເນັ້ນ​ໜັກ​ວ່າ: ​ເລື່ອງ ພຽງ​ຢາງ ກຽມພ້ອມ​ເຊື່ອມ​ຕໍ່​ການ​ເຈລະຈາຄືນ​ໃໝ່ ໝາຍ​ຄວາມວ່າ ສປປ ​ເກົາຫຼີ ຈະ​ປະ​​ລະອາວຸດ ນິວ​ເຄຼຍ ພຽງ​ຝ່າຍ​ດຽວ ​ແລະ ຖ້າ​ຫາກ​ມີ​ການ​ນາບ​ຂູ່​ດ້ານ​ນິວ​ເຄຼຍຈາກ​ພາຍ​ນອກຍັງ​ຄົງ​ສືບ​ຕໍ່​ໄປ, ສປປ ​ເກົາຫຼີ ຈະ​ເພີ່ມ​ທະວີ​ໂຄງການ​ພັດທະນາ​ນິວ​ເຄຼຍຂອງ​ຕົນ.


ຂ່າວ/ບົດ​ອື່ນ