ສປປ.ເກົາຫຼີຮຽກຮ້ອງ ໃຫ້ສ.ເກົາຫຼີພ້ອມກັນ ປັບປຸງການພົວພັນ ສອງຝ່າຍ


ສປປ.ເກົາຫຼີຮຽກຮ້ອງ ໃຫ້ສ.ເກົາຫຼີພ້ອມກັນ ປັບປຸງການພົວພັນ ສອງຝ່າຍ - ảnh 1

ການ​ນຳ​ສອງ​ພາກ​ເກົາຫຼີ

(ພາບ: Punemirror)

 (vovworld)- ​ ​ທີ 16/1, ສປປ.​ເກົາຫຼີ​ ຮຽກຮ້ອງ​ໃຫ້​ ສ.​ເກົາຫຼີ ພ້ອມ​ກັບປະ​ເທດ​ນີ້ ຢຸດຕິ​ບັນດາ​ຄຳ​ເວົ້າ ​ແລະ ການ​ກະທຳ​ເກາະ​ຜິດ​ດ້ານ​ການ​ທະຫານ​ໃນ​ແຫຼມ​ເກົາຫຼີ ​ແລະ ພ້ອມ​ກັນ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ສະກັດ​ກັ້ນ “ວິນາດ ສະກຳ​ນິວ​ເຄຼຍ“.

   ຕາມ​ສຳນັກ​ຂ່າວສານ​ສູນ​ກາງ​ເກົາຫຼີ KCNA, ຄະນະ​ກຳມະການ​ປ້ອງ​ກັນຊາ​ດ​ແຫ່ງ​ຊາດ​ເກົາ​ຫຼີ ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ສຳຄັນ​ລວມ 3 ຈຸດ, ​ໃນ​ນັ້ນ, ​ເນັ້ນໜັກ​ວ່າ: ບັນດາ​ສາຍ​ພົວພັນ​ລະຫວ່າງ​ເກົາຫລີ​ຈະ​ໄດ້​ຮັບ​ການ​ປັບປຸງ, ນັບ​ທັງ​ບັນຫາ​ຄອບຄົວ​ພັດ​ພາກ​ຈາກ​ກັນ ຖ້າ​ຫາກ​ວ່າ​ສອງ​ຝ່າຍ​ມີ​ຄວາມ​ມານະ​ພະຍາຍາມ​ລະອຽດ​ເພື່ອ​ປະຕິບັດ​ບັນດາ​ຂໍ້ສະ​ເໜີ​ຢຸດຕິ​ການ​ເກາະ​ຜິດ​ຊື່​ງກັນ ​ແລະ ກັນນັບ​ແຕ່​ວັນ​ທີ 30/1 ​ເປັນຕົ້ນ​ໄປ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ຄະນະ​ກຳມະການ​ປ້ອງ​ກັນຊາ​ດ​ແຫ່ງ​ຊາດ​ເກົາ​ຫຼີ ​ເນັ້ນນັກ​ວ່າ: ພຽງ​ຢາງ ຍັງ​ຢາກ​ປະຕິບັດ​ວິວັດ​ທະນະ​ການ​ປອດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ./.

ຂ່າວ/ບົດ​ອື່ນ