ສປປ.ເກົາຫຼີ ຍິງລູກສອນໄຟໄລຍະສັ້ນຫຼາຍລູກ

(VOVWORLD) - ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ ໃຫ້ຮູ້ວ່າ, ໄດ້ພົບເຫັນບັນດາເຫດຍິງລູກສອນໄຟດັ່ງກ່າວໃນເວລາ 6 ໂມງ 50 ນາທີ ໃນຕອນເຊົ້າວັນທີ 18 ກັນຍາ
ສປປ.ເກົາຫຼີ ຍິງລູກສອນໄຟໄລຍະສັ້ນຫຼາຍລູກ - ảnh 1(ພາບປະກອບ: Yonhap/TTXVN)

        ກອງທັບ ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ, ວັນທີ 18 ກັນຍາ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟໄລຍະສັ້ນຫຼາຍລູກ. ແຈ້ງການຂອງສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ ໃຫ້ຮູ້ວ່າ, ໄດ້ພົບເຫັນບັນດາເຫດຍິງລູກສອນໄຟດັ່ງກ່າວໃນເວລາ 6 ໂມງ 50 ນາທີ ໃນຕອນເຊົ້າວັນທີ 18 ກັນຍາ (ຕາມເວລາທ້ອງຖິ່ນ) ຢູ່ເຂດ Kaechon, ແຂວງ Phyongan ໃຕ້, ທາງທິດເໜືອນະຄອນຫຼວງ ພຽງຢາງ ຂອງ ສປປ.ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, ແຫຼ່ງຂ່າວບໍ່ເຜີຍໃຫ້ຮູ້ລາຍລະອຽດ, ລວມທັງຈຳນວນລູກສອນໄຟທີ່ໄດ້ຍິງ.

        ກອງທັບ ສ.ເກົາຫຼີ ໄດ້ແບ່ງປັນຂໍ້ມູນຂ່າວກ່ຽວກັບລູກສອນໄຟຂອງ ສປປ.ເກົາຫຼີ ກັບ ອາເມລິກາ ແລະ ຍີ່ປຸ່ນ, ກໍຄືຮັກສາທ່າກ່ຽມພ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ