ສປປ.ເກົາຫຼີ ຕຳໜິຕິຕຽນການຊ້ອມຮົບ ອາເມລິກາ - ສ.ເກົາຫຼີ ທີ່ກອງປະຊຸມການເດີນທະເລຢູ່ ບາລີ

(VOVWORLD) - ວັນທີ 24 ສິງຫາ ໂຄສົກກອງທັບເຮືອ ອິນໂດເນເຊຍ ທ່ານ Gig Sipasulta ໃຫ້ຮູ້ວ່າ: ສປປ.ເກົາຫຼີ ໄດ້ອີງໃສ່ກອງປະຊຸມຄວາມໝັ້ນຄົງໃນການເດີນທະເລສາກົນຄັ້ງທີ 3 ຢູ່ ບາລີ, ອິນໂດເນເຊຍ 
ສປປ.ເກົາຫຼີ ຕຳໜິຕິຕຽນການຊ້ອມຮົບ ອາເມລິກາ - ສ.ເກົາຫຼີ ທີ່ກອງປະຊຸມການເດີນທະເລຢູ່ ບາລີ - ảnh 1ສປປ.ເກົາຫຼີ ຕຳໜິຕິຕຽນການຊ້ອມຮົບ ອາເມລິກາ - ສ.ເກົາຫຼີ ທີ່ກອງປະຊຸມການເດີນທະເລຢູ່ ບາລີ 

ເພື່ອກ່າວປະນາມການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ດ້ວຍຫົວຂໍ້ວ່າ “ຜູ້ຮັກສາຄວາມເສລີ Ulchi” (UFG) ທີ່ແກ່ຍາວເປັນເວລາ 10 ວັນ, ເລີ່ມຕົ້ນແຕ່ວັນທີ 21 ສິງຫາ ຢູ່ ສ.ເກົາຫຼີ. ຮອງຜູ້ບັນຊາການກອງທັບເຮືອ ສປປ.ເກົາຫຼີ ທ່ານ Ri Su Gyong ໄດ້ຍົກອອກຄຳຕຳໜິຕິຕຽນ, ພາຍຫລັງບົດກ່າວປາໄສຂອງຮອງພົນເຮືອເອກທ່ານ Philip Sawyer, ຜູ້ບັນຊາການກອງເຮືອຮົບ 7 ຄົນໃໝ່ຂອງ ອາເມລິກາ ປະຈຳ ຍີ່ປຸ່ນ. ທີ່ເລັ່ງໃສ່ການຊ້ອມຮົບດັ່ງກ່າວ ທ່ານ Ri ຖືວ່າ: “ອາເມລິກາ ພວມມີບັນດາການກະທຳຜິດກົດໝາຍມຢູ່ອ້ອມຜືນແຜ່ນດິນ ສປປ.ເກົາຫຼີ ແລະ ສ.ເກົາຫຼີ”. ນອກນັ້ນ, ທ່ານກໍ່ກ່າວຫາບັນດາພັນທະມິດຂອງ ອາເມລິກາ ຄື ອັງກິດ ແລະ ອົດສະຕາລີ, ທີ່ກ່າວເຕືອນບັນດາປະເທດດັ່ງກ່າວ “ຈະໄດ້ຮັບຜົນຮ້າຍ ຖ້າຫາກເຂົາເຈົ້າມັກຫຼິ້ນກັບໄຟ”.

ຕອບກັບ

ຂ່າວ/ບົດ​ອື່ນ