ສປປ.ເກົາຫຼີ ປະກາດບັນດາປະເພດອາວຸດເຊິ່ງຫາກໍ່ໂທດລອງ

(VOVWORLD) -ວັນທີ 05 ພຶດສະພາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ, ບັນດາປະເພດອາວຸດເຊິ່ງຫາກໍ່ດຳເນີນການທົດລອງກ່ອນໜ້ານັ້ນ 1 ວັນລວມມີບັນດາລະບົບປືນໃຫຍ່ອາຍພົ່ນຍິງໄລຍະໄກຫຼາຍລູກ ແລະ ອາວຸດພາທາງຍຸດທະວິທີ.

ຂໍ້ມູນຂ່າວດັ່ງກ່າວເຊິ່ງສປປ.ເກົາຫຼີ ປະກາດພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ສະແດງຄວາມເຊື່ອໝັ້ນວ່າ, ການນຳສປປ.ເກົາຫຼີ ຈະຮັກສາຄຳໝັ້ນສັນຍາຂອງຕົນ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 04 ພຶດສະພາ, ສປປ.ເກົາຫຼີ ໄດ້ຍິງວັດຖຸຈຳນວນໜຶ່ງ ດ້ວຍໄລຍະຍິງແຕ່ 70 – 200 ກ.ມ ຢູ່ທະເລ. ເຫດການນີ້ໄດ້ຮັບຖືວ່າແມ່ນສານທີ່ແຂງກະດ້າງເຊິ່ງການນຳສປປ.ເກົາຫຼີ ໄດ້ສົ່ງໄປໃຫ້ທ່ານປະທານາທິບໍດີອາເມລິກາ ໃນສະພາບທີ່ບັນດາການເຈລະຈານິວເຄຼຍພວມຕົກເຂົ້າສູ່ສະພາບບໍ່ມີທາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ