ສປປ.ເກົາຫຼີ ສືບຕໍ່ ຍິງລູກສອນໄຟນຳວິຖີ


ສປປ.ເກົາຫຼີ ສືບຕໍ່ ຍິງລູກສອນໄຟນຳວິຖີ - ảnh 1

(ພາບ: http://thegioi.baotintuc.vn)

(vovworld)- ​ຕອນ​ເຊົ້າວັນ​ທີ 13/7​ (ຕາມ​ເວລາ​ຫວຽດນາມ), ສປປ.​ເກົາຫຼີ ​ໄດ້​ຍິງ ລູກ​ສອນ​ໄຟ​ນຳ​ວິຖີຕື່ມອີກ 2 ລູກ​ສູ່​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ອອກປະ​ເທດ​ນີ້. ສຳນັກ​ຂ່າວສານ Yonhap ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ສະພາ​ເສນາ​ທິການ​ໃຫ່ຍທະຫານ​ປະສົງ ສ.​ເກົາຫຼີ (JCS) ໂດຍໃຫ້ຮູ້ວ່າ: ບັນດາລູກສອນໄຟນີ້ໄດ້ ຍິງຈາກເຂດເກເຊິງ ໄປທາງທິດຕາເວັນອອກສ່ຽງເໜືອກ່ອນຈະຕົກໃສ່ທະເລຍີ່ປຸ່ນ. ໃນທັນທີ, ຍີ່ປຸ່ນ ໄດ້ສົ່ງສານການທູດຄັດຄ້ານ ສປປ.ເກົາຫຼີ ຜ່ານສະຖານທູດຍີ່ປຸ່ນ ປະຈຳປັກກິງ ພາຍຫຼັງເຫດການຍິງລູກສອນໄຟດັ່ງກ່າວ. ໃນຂະນະນັ້ນ, ກອງທັບ ສ.ເກົາຫຼີ ໄດ້ຍົກລະດັບລະມັດລະວັງ ແລະ ຮັກສາສະພາບກຽມພ້ອມສູ້ຮົບສູງສຸດ ໃນກໍລະນີ ສປປ.ເກົາຫຼີ ປະຕິບັດການຍິງລູກສອນໄຟຄັ້ງໃໝ່ຕື່ມອີກ.

  ນີ້ແມ່ນການຍິງລູກສອນໄຟຫຼືລູກປືນໃຫ່ຍຄັ້ງທີ 14 ຂອງ ສປປ.ເກົາຫຼີ ນັບແຕ່ຕົ້ນປີມານີ້ດ້ວຍລູກສອນໄຟໄລຍະສັ້ນ ແລະ ໄລຍະກາງກ່ວາ 90 ລູກ./.

ຂ່າວ/ບົດ​ອື່ນ