ສື່ມວນຊົນແມ່ນຂົວເຊື່ອມຕໍ່ສຳຄັນເພື່ອສົ່ງຂໍ້ມູນຂ່າວສານຈາກສະພາແຫ່ງຊາດເຖິງປະຊາຊົນ

ສື່ມວນຊົນແມ່ນຂົວເຊື່ອມຕໍ່ສຳຄັນເພື່ອສົ່ງຂໍ້ມູນຂ່າວສານຈາກສະພາແຫ່ງຊາດເຖິງປະຊາຊົນ - ảnh 1
ທ່ານ ຫງວຽນແຫ້ງຟຸກ ກ່າວຄຳເຫັນທີ່ກອງປະຊຸມ
(ພາບຈາກ ອີນເຕີເນັດ)


(vovworld) – ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ “ບົດ​ຮຽນ​ການ​ພົວພັນ​ທາງສື່​ມວນ​ຊົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ”, ​ໄດ້ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 17/12, ຢູ່​ນະຄອນ ​ເຫ້ວ, ລ້ວນ​ແຕ່​ຍົກ​ສູງ​ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ບັນດາ​ອົງການ​ສື່​ມວນ​ຊົນ​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ສ່ອງ​ແສງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​​ເຖິງສະພາ​ແຫ່ງ​ຊາດ.

        ​ໃນ​ຊຸມ​ປີຜ່ານມາ, ຍາມ​ໃດຫ້ອງ​ວ່າກາ​ນສະພາ​ແຫ່ງ​ຊາດກໍ່ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ອົງການ​​ຂ່າວສານ ປະຕິບັດ​ງານ, ​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການຂອງ​ສະພາ​ແຫ່ງ​ຊາດ​ຢ່າງ​ທັນ​ການ, ສ້າງ​ຕັ້ງ​ລະບົບ​ໂທລະ​ພາບ​ຖ່າຍທອດ​ສົດ​ຈາກ​ສຳນັກງານ​ສະພາ​ແຫ່ງ​ຊາດ ​ເຖິງ​ບັນດາ ຄະນະສະມາ​ຊິກ​ສະພາ​ແຫ່ງ​ຊາດ. ທ່ານ ຫງວຽນ​ແຫ້ງ​ຟຸກ, ຫົວໜ້າ​ຫ້ອງວ່າ​ການ​ສະພາ​​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ:

        “ສະພາ​​ແຫ່ງ​ຊາດ ຫວຽດນາມ ​ແມ່ນ​ສະພາ​ແຫ່ງ​ຊາດ​ຂອງ​ປະຊາຊົນ, ​ແມ່ນ​ອົງການ​ຕາງໜ້າ​ໃຫ​້​ເຈດ​ຈຳນົງ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ, ດັ່ງ​ນັ້ນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຕ້ອງ​ເປີດ​ເຜີຍ ​ເພື່ອ​ໃຫ້​ປະຊາຊົນ​ໄດ້​ຮັບ​ຊາບ. ການ​ເຄື່ອນ​ໄຫວຕ່າງໆ​ຂອງ ສະພາ​ແຫ່ງ​ຊາດຍິ່ງ​ເປີດ​ເຜິ​ຍ​ເທົ່າ​ໃດ ປະຊາຊົນ​ສາມາດຕິດ​ຕາມ​ກວດກາ ​ແລະ ​ປະກອບ​ສ່ວນໃຫ້​ສະພາ​ແຫ່ງ​ຊາດ​ຂໍ້​ລິ​ເລີ່​ມ, ວິທີ​ປະຕິບັດ​​ທີ່ດີຍິ່ງ​ຫຼາຍ​ເທົ່າ​ນັ້ນ. ນັ້ນ​ແມ່ນ​ແນວທາງ​ໝັ້ນຄົງ​ເພື່ອ​ໃຫ້​ສະພາ​​ແຫ່ງ​ຊາດ ຫວຽດນາມ​ປະຕິບັດ​ບົດບາດ ​ແລະ ຄວາມ​ຮັບຜິ​ດຊອບ​ຂອງ​ຕົນ​ຕໍ່ໜ້າ​ປະຊາຊົນ, ຕໍ່ໜ້າ​ພັກ ​ແລະ ລັດ.”

ຂ່າວ/ບົດ​ອື່ນ