ສຸມ​ໃສ່​ປະ​ຕິ​ບັດ​​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມຢ່າງ​ມີປະ​ສິດ​ທິ​ຜົນ

(VOVWORLD) -ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຮັບຮູ້ບັນດາຜົນງານທີ່ບັນລຸໄດ້ໃນປີ 2021 ໃນທຸກຂົງເຂດຄື ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຊ່ວຍໜູນສັງຄົມ, ວຽກງານພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ໄດ້ປະກອບສ່ວນນຳທີ່ຕັ້ງ, ອິດທິພົນຊື່ສຽງຂອງ ຫວຽດນາມ ນັບມື້ນັບໄດ້ຍົກສູງຂຶ້ນໃນເວທີສາກົນ. 
 ສຸມ​ໃສ່​ປະ​ຕິ​ບັດ​​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມຢ່າງ​ມີປະ​ສິດ​ທິ​ຜົນ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

  ທີ່ກອງປະຊຸມທາງໄກລະຫວ່າງ ລັດຖະບານ ແລະ ທ້ອງຖິ່ນຕ່າງໆ ສະຫຼຸບວຽກງານປີ 2021; ຜັນຂະຫຍາຍບົດສະຫຼຸບຂອງສູນກາງພັກ ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມປີ 2022 ທີ່ດຳເນີນໃນຕອນເຊົ້າວັນທີ 05 ມັງກອນ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຮັບຮູ້ບັນດາຜົນງານທີ່ບັນລຸໄດ້ໃນປີ 2021 ໃນທຸກຂົງເຂດຄື ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຊ່ວຍໜູນສັງຄົມ, ວຽກງານພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ໄດ້ປະກອບສ່ວນນຳທີ່ຕັ້ງ, ອິດທິພົນຊື່ສຽງຂອງ ຫວຽດນາມ ນັບມື້ນັບໄດ້ຍົກສູງຂຶ້ນໃນເວທີສາກົນ.  ກ່ຽວກັບບັນດາເປົ້າໝາຍ ແລະ ໜ້າທີ່ໃນປີ 2022, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ:

        “ສຸມໃສ່ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ  - ສັງຄົມ ຢ່າງມີປະສິດທິຜົນ, ຕິດພັນກັບການປະຕິບັດເປົ້າໝາຍຄວບຄຸມໄພເງິນເຟີ້, ຮັບປະກັນເສດຖະກິດມະຫາພາກ ແລະ ດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ ໃຫ້ເປັນປົກກະຕິ ແລະ ສະເໝີຕົ້ນສະເໝີປາຍ. ສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕໄວ ແລະ ຍືນຍົງ, ແທດຈິງກວ່າ; ສ້າງບາດກ້າວຜັນປ່ຽນຢ່າງແຮງກວ່າໃນການປະຕິບັດຍຸດທະສາດບຸກທະລຸ, ສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ… ແລະ ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.”

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍຮຽກຮ້ອງໃຫ້ ລັດຖະບານ ເອົາໃຈໃສ່ເຖິງໜ້າທີ່ພັດທະນາວັດທະນະທຳໃຫ້ມີຄວາມກົມກຽວ ແລະ ທຽບເທົ່າກັບການພັດທະນາເສດຖະກິດ - ສັງຄົມ; ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ປະຕິບັດນະໂຍບາຍໜູນຊ່ວຍປະຊາຊົນ, ຜູ້ອອກແຮງງານ, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກ ໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ