ສຸມໃສ່ວຽກງານສ້າງກົດໝາຍ


ສຸມໃສ່ວຽກງານສ້າງກົດໝາຍ - ảnh 1

(ພາບປະກອບ)

(vovworld) – ກອງປະຊຸມ​ຄັ້ງທີ 29 ຂອງ​ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ຊຸດ​ທີ 13 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 14/7, ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດສະຫງວນ​ເວລາ​ສ່ວນ​ຫຼາຍ​​ໃຫ້​ແກ່​ວຽກ​ງານ​ສ້າງ​ກົດໝາຍ. ລະອຽດຄື: ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ໃສ່​ບາງ​ເນື້ອ​ໃນ​ພື້ນຖານ​ກຳນົດ​ທິດ​ການ​ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ ພ້ອມ​ທັງ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫ່ຍທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວ​ພົນລະ​ເມືອງ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດຕັ້ງສານ​ປະຊາຊົນ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດຕັ້ງອົງການ​ໄອ​ຍະ​ການ​ປະຊາຊົນ (ສະບັບ​ປັບປຸງ)…ທີ່ ກອງ​ປະຊຸມ​ຄັ້ງທີ 29, ​ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ຍັງຈະສະຫງວນ​ເວລາ​ຕີ​ລາຄາ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ແລະ ​ໃຫ້​ຄຳ​ເຫັນ​ເບື້ອງ​ຕົ້ນກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8, ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ຊຸດ​ທີ 13./.

ຂ່າວ/ບົດ​ອື່ນ