ສີສັນວັດທະນະທຳໃນວັນວັດທະນະທຳບັນດາເຜົ່າຫວຽດນາມ

ສີສັນວັດທະນະທຳໃນວັນວັດທະນະທຳບັນດາເຜົ່າຫວຽດນາມ - ảnh 1
ນັກ​ທ່ອງ​ທ່ຽວ​ຊົມ​ການ​ຜະ​ລິດ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ເຜົ່າ ເອ​ເດ
ພາບ:TTXVN

(vovworld)- ເຫດ​ການ​ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 19/4 ຢູ່ ໝູ່​ບ້ານ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ ບັນ​ດາ​ເຜົ່າ​ຫວຽດ​ນາມ ຢູ່ ດົງ​ໂມ, ເຊີນ​ໄຕ, ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ ຫງວຽນ​ງອກ​ທ້ຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ຂອງ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ ຄື​ວັນ​ທີ 19/4 ໃນ​ທົ່ວ​ປະ​ເທດ, ເພື່​ອ​ແນ​ໃສ່​ສຶກ​ສາ​ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ ພ້ອມ​ທັງ​ປະ​ກອບ​ສ່ວນ​ປັບ​ປຸງ, ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທ່ານ ຮີ່ງ​ຫືວ​ທາຍ ມາ​ຈາກ​ແຂວງ ກວ໋າງ​ຫງາຍ ເຂົ້າ​ຮ່ວມ​ວັນ​ວັດ​ທະ​ນະ​ທຳໃຫ້​ຮູ້​ວ່າ:

        “​ຫວຽດ​ນາມ ມີ​ຫລາຍ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ ສະ​ນັ້ນ ເລື່ອງ​ຮັກ​ສາ, ເສີມ​ຂະ​ຫ​ຍາຍ ແລະ ​ຄວາມ​ສະ​ຫ​ນິດຕິດ​ພັນ​ບັນ​ດາ​ເຜົ່າ​ນຳ​ກັນ​ຄວນ​ໄດ້​ຮັບ​ການ​ຍູ້​ແຮງ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ເພາະ ພັກ, ລັດ ໄດ້​ຈັດ​ຕັ້ງ​ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ ເພື່ອ​ເຕົ້າ​ໂຮມ,​ ສ້າງ​ຄວາມສາ​ມັກ​ຄີ​ບັນ​ດາ​ເຜົ່າ​ອ້າຍ​ນ້ອງ, ແນ​ໃສ່​ໂຄ​ສະ​ນາ​ພາບ​ພົດ​ບັນ​ດາ​ເຜົ່າ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ປາດ​ຖະ​ຫ​ນາ​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວນີ້​ສືບ​ຕໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຈຳ​ປີ.”

 


ຕອບກັບ

ຂ່າວ/ບົດ​ອື່ນ