![ສື່ສານສາກົນໃຫ້ຂ່າວກ່ຽວກັບການເລືອກຕັ້ງສສຊແລະສະມາຊິກສະພາປະຊາຊົນທຸກຂັ້ນຢູ່ຫວຽດນາມ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_05_22/bau%20cu.jpg)
ພາບປະກອບ
(vovworld) – ວັນທີ 22/5, ບັນດາສຳນັກຂ່າວສານໃຫຍ່ໃນໂລກ ໄດ້ໃຫ້ຂ່າວກ່ຽວກັບການເລືອກຕັ້ງ ສສຊ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນຢູ່ ຫວຽດນາມ, ໃນນັ້ນລ້ວນແຕ່ຕີລາຄານີ້ແມ່ນເຫດການການເມືອງມີຄວາມໝາຍສຳຄັນພິເສດ ແລະ ສະແດງລັກສະນະປະຊາທິປະໄຕຂອງ ຫວຽດນາມ. ສຳນັກຂ່າວສານ ຊິນຮວາ, ປະເທດຈີນ ໄດ້ໃຫ້ຂ່າວວ່າການເລືອກຕັ້ງໄດ້ເລີ່ມຕົ້ນໃນເວລາ 7 ໂມງ (ຕາມເວລາ ຫວຽດນາມ) ຢູ່ 91.476 ຫົວໜ່ວຍເລືອກຕັ້ງໃນທົ່ວປະເທດ. ສຳນັກຂ່າວສານ Reuters ຂອງອັງກິດ ໄດ້ຄັດສະເໜີຄຳເວົ້າຂອງທ່ານ ຫງວຽນແຫ້ງຟຸກ, ເລຂາທິການໃຫຍ່ ສະພາແຫ່ງຊາດ ຢັ້ງຢືນວ່າ: ຜູ້ອອກສະໝັກຮັບເລືອກຕັ້ງ 870 ທ່ານນັ້ນລ້ວນແຕ່ມີຄວາມສະເໝີພາບ, ນັບທັງບັນດາຜູ້ອອກສະໝັກຮັບເລືອກຕັ້ງບໍ່ແມ່ນສະມາຊິກພັກ ແລະ ບັນດາຜູ້ອອກສະໝັກຮັບເລືອກຕັ້ງເອງ.
ວິທະຍຸກະຈາຍສຽງ ອາເມລິກາ (VOA) ໃຫ້ຮູ້ວ່າ: ການເລືອກຕັ້ງນີ້ແມ່ນ “ວັນບຸນໃຫຍ່” ຫຼື ຍັງເອີ້ນວ່າ “ວັນບຸນຂອງປະເທດຊາດ” ຂອງ ຫວຽດນາມ. ສຳນັກຂ່າວສານ AFP ຂອງອາເມລິກາ ກໍ່ໃຫ້ຂ່າວກ່ຽວກັບເຫດການການເມືອງສຳຄັນນີ້ຂອງ ຫວຽດນາມ.