ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອາ​ຣ​ັບ​ບິ ຊາ​ອຸ​ດິ​ກ່າວ​ເຕືອນ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້​ນ​ໂລກ​ລະ​ບາ​ດ

(VOVWORLD) -ຕາມແຈ້ງການຂອງສະຖານທູດ ຫວຽດນາມ ປະຈຳ ອາຣັບບິ ຊາອຸດິ ໃນວັນທີ 2 ເມສາ ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ທັນມີຊາວ ຫວຽດນາມ ຢູ່ ປະເທດປະຈຳຖິ່ນຕິດເຊື້ອພະຍາດ Covid -19 ເທື່ອ.
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອາ​ຣ​ັບ​ບິ ຊາ​ອຸ​ດິ​ກ່າວ​ເຕືອນ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້​ນ​ໂລກ​ລະ​ບາ​ດ - ảnh 1ທ່ານຫວູວຽກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຣັບບິ ຊາອຸດິ (ພາບ: TTXVN)

ນັບແຕ່ເມື່ອ ອາຣັບບິ ຊາອຸດິ ປະກາດວ່າມີຜູ້ຕິດເຊື້ອພະຍາດ Covid – 19 ລາຍທຳອິດໃນວັນທີ 2 ເມສາ, ສະຖານທູດ ຫວຽດນາມ ປະຈຳ ອາຣັບບິຊາອຸດິ ໄດ້ຜັນຂະຫຍາຍຫຼາຍມາດຕະການໜູນຊ່ວຍ ແລະ ກ່າວເຕືອນປະຊາຄົມ, ຜູ້ອອກແຮງງານໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ຮັບປະກັນຄວາມປອດໄພ.

ຜ່ານກົມຄຸ້ມຄອງແຮງງານຕ່າງປະເທດ - ຂຶ້ນກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ. ສະຖານທູດ ໄດ້ສະເໜີໃຫ້ບັນດາບໍລິສັດທີ່ພວມນຳໃຊ້ແຮງງານຫວຽດນາມຢູ່ ອາຣັບບິຊາອຸດິ ກວດກາຄືນໃໝ່, ແຈ້ງການໃຫ້ແຮງງານຂອງບໍລິສັດຕົນຢ່າງທັນການ, ສົມທົບກັບບັນດາຄູ່ຮ່ວມມື ອາຣັບບິ ຊາອຸດິ ຮັບປະກັນສຸຂະພາບໃຫ້ແກ່ແຮງງານ ຫວຽດນາມ ຢູ່ປະເທດປະຈຳຖິ່ນ, ມີວິທີການຮັບມືເມື່ອມີແຮງງານມີອາການສົງໄສຕິດເຊື້ອ ຫຼື ຕິດເຊື້ອພະຍາດ Covid – 19 ຢ່າງທັນການ, ພ້ອມທັງ ອັບເດດສະພາບການໃຫ້ສະຖານທູດເປັນປະຈຳເພື່ອໄດ້ຮັບການໜູນຊ່ວຍເມື່ອຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ