ສະ​ຖານ​ທູດ ຫວຽດ​ນາມ ແລະ​ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ​ ໜູ​ນຊ່ວຍ​ພົນ​ລະ​ເມືອງ​ຍົກຍ້າຍອອກຈາກ​ຢູ​ແກຼນ

(VOVWORLD) -ໃນຊຸມວັນຜ່ານມາ, ໂປໂລຍ ແມ່ນໜຶ່ງໃນບັນດາປະເທດມີເສັ້ນຊາຍແດນຍາວທີ່ສຸດຕິດກັບຢູແກຼນ ໄດ້ກາຍເປັນສະຖານທີ່ຫຼັກຂອງຊາວຫລົບໄພ ອອກຈາກເຂດສູ້ຮົບ, ໃນນັ້ນມີຊາວຫວຽດນາມ.

ສະ​ຖານ​ທູດ ຫວຽດ​ນາມ ແລະ​ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ​ ໜູ​ນຊ່ວຍ​ພົນ​ລະ​ເມືອງ​ຍົກຍ້າຍອອກຈາກ​ຢູ​ແກຼນ - ảnh 1ພາບປະກອບ: Vietnam+

ປັດຈຸບັນ ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ພວມສືບຕໍ່ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢ່າງແໜນແຟ້ນກໍ່ຄືສະມາຄົມຊາວຫວຽດນາມ ແລະ ບັນດາອົງການຈັດຕັ້ງ, ສະຫະສະມາຄົມຊາວຫວຽດນາມ ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ຫລົບໄພຈາກຢູແກຼນຢ່າງທັນການ, ປະຕິບັດວຽກງານປົກປ້ອງພົນລະເມືອງ. ບໍລິສັດການບິນ Bamboo Airways ຈະປະຕິບັດຖ້ຽວບິນນຳພົນລະເມືອງ ຫວຽດນາມ ຈາກຢູແກຼນກັບເມືອປະເທດ, ຄາດວ່າໃນວັນທີ 9 ມີນາ ຈະເດີນທາງອອກຈາກ Warszawa (ໂປໂລຍ) ກັບເມືອ ຮ່າໂນ້ຍ (ຫວຽດນາມ).

ມີພໍ່ແມ່ປະຊາຊົນຊາວຫວຽດນາມ ນັບຮ້ອຍຄົນຈາກຢູແກຼນ ໄປຍັງໂປໂລຍ ເຊິ່ງມີຖັນແຖວລົດ Taxi “ບໍ່ເສຍຄ່າ” ໂດຍບັນດາຜູ້ອາສາສະໝັກໃນປະຊາຄົມສ້າງຕັ້ງ, ໄດ້ຮັບເມືອວັດເຍິນຮ່ວາ ເຊິ່ງແມ່ນສູນວັດທະນະທຳຫວຽດນາມ ຢູ່ນະຄອນຫຼວງ Warszawa. ໄລ່ຮອດຕອນຄ່ຳວັນທີ 5 ມີນາ, ວັດເຍິນຮ່ວາ ໄດ້ໜູນຊ່ວຍ, ຈັດບ່ອນກິດຢູ່ໃຫ້ແກ່ຊາວຫວຽດນາມ ປະມານ 1000 ຄົນ ທີ່ມາຈາກຢູແກຼນ ມາຫຼົບໄພ, ກໍ່ຄືລະດົມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນ

ຕອບກັບ

ຂ່າວ/ບົດ​ອື່ນ