ສະຖານທູດ ອາເມລິກາ ເຊື່ອມຕໍ່ການບໍລິການອອກວີຊາທັງໝົດໃຫ້ແກ່ຜູ້ເຂົ້າເມືອງຊາວ ກຸຍບາ

(VOVWORLD) -ແຈ້ງການຂອງສະຖານທູດ ກຸຍບາ ໃຫ້ຮູ້ວ່າ ຈະເພີ່ມຈຳນວນພາລະກອນເພື່ອສາມາດເຊື່ອມຕໍ່ການສະໜອງວີຊາເຂົ້າເມືອງໃຫ້ແກ່ປປະຊາຊົນ ກຸຍບາ ນັບແຕ່ຕົ້ນປີ 2023.
ສະຖານທູດ ອາເມລິກາ ເຊື່ອມຕໍ່ການບໍລິການອອກວີຊາທັງໝົດໃຫ້ແກ່ຜູ້ເຂົ້າເມືອງຊາວ ກຸຍບາ  - ảnh 1 ສະຖານທູດ ອາເມລິກາ ປະຈຳ ກຸຍບາ
(ພາບ: Reuters)

        ວັນທີ 22 ກັນຍາ, ສະຖານທູດ ອາເມລິກາ ປະຈຳ ກຸຍບາ ແຈ້ງໃຫ້ຊາບວ່າ ຈະ ເຊື່ອມຕໍ່ການບໍລິການອອກວີຊາທັງໝົດໃຫ້ແກ່ຜູ້ເຂົ້າເມືອງທີ່ເປັນຊາວ ກຸຍບາ. ລະອຽດແມ່ນ, ແຈ້ງການຂອງສະຖານທູດ ກຸຍບາ ໃຫ້ຮູ້ວ່າ ຈະເພີ່ມຈຳນວນພາລະກອນເພື່ອສາມາດເຊື່ອມຕໍ່ການອອກວີຊາເຂົ້າເມືອງໃຫ້ແກ່ປປະຊາຊົນ ກຸຍບາ ນັບແຕ່ຕົ້ນປີ 2023. ດ້ວຍການກະທຳດັ່ງກ່າວ, ປະຊາຊົນ ກຸຍບາ ຈະບໍ່ຕ້ອງໄປປະເທດອື່ນເພື່ອສຳພາດຂໍວີຊາ. ສະຖານທູດ ອາເມລິກາ ກໍ່ໃຫ້ຮູ້ວ່າ ຈະແກ້ໄຂຢ່າງໜ້ອຍສຸດ 20.000 ກໍລະນີທີ່ຂໍວີຊາຢູ່ ກຸຍບາ ໃນແຕ່ລະປີ ແລະ ກະຊວງການຕ່າງປະເທດ ອາເມລິກາ ຈະຊັ່ງຊາເປີດກວ້າງການບໍລິການອອກວີຊາສຳລັບ ກຸຍບາ ເມື່ອມີຄວາມຈຳເປັນ.

        ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ກຸຍບາ Bruno Rodriguez Parrilla ຕີລາຄາວ່າ ການຕັດສິນຂອງ ອາເມລິກາ ແມ່ນ “ບາດກ້າວຕັ້ງໜ້າ”. ທ່ານໄດ້ຢືນຢັນອີກເທື່ອໜຶ່ງວ່າ ກຸຍບາ ຮັກສາເຈດຕະນາດີເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນກັບອາເມລິກາ, ແຕ່ກໍ່ເນັ້ນໜັກວ່າ ລັດຖະບານ ອາເມລິກາ ຕ້ອງລົບລ້າງທຸກປັດໄຈສົ່ງເສີມການອົບພະຍົບຢ່າງຜິດກົດໝາຍ, ເຮັດໃຫ້ຫຼາຍຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ