ສະພາຄວາມໝັ້ນຄົງສປຊໂຈະການປ່ອນບັດກ່ຽວກັບການເພີ່ມທະວີຄຳສັ່ງລົງໂທດສປປ.ເກົາຫຼີ

ສະພາຄວາມໝັ້ນຄົງສປຊໂຈະການປ່ອນບັດກ່ຽວກັບການເພີ່ມທະວີຄຳສັ່ງລົງໂທດສປປ.ເກົາຫຼີ - ảnh 1
ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ Vitaly Churkin
(ພາບ: Anadolu)

(vovworld) – ​ບັນດາ​ນັກ​ການ​ທູ​ດ​ໃຫ້​ຮູ້​ວ່າ, ວັນ​ທີ 1/3, ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ໂຈະ​ການ​ປ່ອນ​ບັດ​ກ່ຽວກັບ​ການຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ແນ​ໃສ່ ສປປ ​ເກົາຫຼີ ພາຍຫຼັງ​ມີ​ຄຳ​ຮຽກຮ້ອງ​ຂອງ ລັດ​ເຊຍ. ຕາມ​ແຜນການ​ໃນ​ເບື້ອງ​ຕົ້ນ​ແລ້ວ, ການ​ປ່ອນ​ບັດ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 1/3, ​ແຕ່ຄະນະ​ປະຕິບັດ​ງານຂອງ ອາ​ເມ​ລິ​ກາ ປະຈຳ ສປຊ ​ໃຫ້​ຮູ້​ວ່າ: ລັດ​ເຊຍ ສະ​ເໜີ​ມີ​ເວລາ 24 ຊົ່ວ​ໂມງ​ເພື່ອ​ຄົ້ນ​ຄ້ວາ​ບັນດາ​ເນື້ອ​ໃນ​ໃນ​ຮ່າງ​ມະຕິ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ລົງ​ໂທ​ດ ສປປ ​ເກົາຫຼີ, ດັ່ງ​ນັ້ນ​ການ​ປ່ອນ​ບັດຈຶ່ງ​ຖືກ​ໂຈະ​ໄວ້​ຮອດ​ວັນ​ທີ 2/3. ​ໃນ​ບົດ​ກ່າວ​ປາ​ໄສ​ໃນ​ໂທລະພາບ, ທ່ານ​ນາງ​ປະທານາທິບໍດີ ສ. ​ເກົາຫຼີ Park Geun Hye ຖະ​ແຫຼ​ງວ່າ “ປະຕູ​ການ​ເຈລະຈາ​ຍັງ​ເປີດຢູ່, ​ແຕ່ ສປປ ​ເກົາຫຼີ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັ່ນຈາກ ສ. ​ເກົາຫຼ ​ແລະ ປະຊາ​ຄົມ​ໂລກ​ ກ່ວາ​ອີກ ຖ​້າຫາກ​ຍັງສືບຕໍ່​ເດີນ​ຕາມ​ໂຄງການ​ອາວຸດ​ນິວ​ເຄຼຍ ​ແລະ ປະຕິ​ເສດ​ການ​ປ່ຽນ​ແປງ”.


ຂ່າວ/ບົດ​ອື່ນ