ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມຢ່າງຮຸນແຮງຕໍ່ບັນດາເຫດບຸກໂຈມຕີກໍ່ການຮ້າຍຢູ່ອາບການິດສະຖານ

(VOVWORLD) -ວັນທີ 01 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ອອກຖະແຫຼງການກ່າວປະນາມບັນດາເຫດບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຢູ່ນະຄອນຫຼວງ Kabul ແລະ ນະຄອນ Kandahar ຂອງອາບການິດສະຖານ ເມື່ອວັນທີ 30 ເມສາ ຢ່າງຮຸນແຮງ

ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມຢ່າງຮຸນແຮງຕໍ່ບັນດາເຫດບຸກໂຈມຕີກໍ່ການຮ້າຍຢູ່ອາບການິດສະຖານ - ảnh 1 ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມຢ່າງຮຸນແຮງ

ຕໍ່ບັນດາເຫດບຸກໂຈມຕີກໍ່ການຮ້າຍຢູ່ອາບການິດສະຖານ

(ພາບປະກອບ: AFP/TTXVN)

ເຊິ່ງເຮັດໃຫ້ຢ່າງໜ້ອຍສຸດມີ 41 ຄົນເສຍຊີວິດ ແລະ 45 ຄົນຖືກບາດເຈັບ, ໃນນັ້ນມີທັງແມ່ຍິງ ແລະ ເດັກນ້ອຍ, ທັງພະລະກອນກູ້ໄພກູ້ຊີບມະນຸດສະທຳ ແລະ ນັກຂ່າວຫຼາຍຄົນ.

      ໃນຖະແຫຼງການດ້ວຍການໃຊ້ຄຳສັບຢ່າງຮຸນແຮງທີ່ສຸດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຢ້ຳຄືນບັນດາມະຕິເລກທີ 1738 (ປີ 2006) ແລະ ມະຕິເລກທີ 2222 (ປີ 2015), ພ້ອມທັງຢືນຢັນຄືນໃໝ່ວ່າ ການກໍ່ການຮ້າຍພາຍໃຕ້ທຸກຮູບແບບພວມແມ່ນໜຶ່ງໃນບັນດາໄພນາບຂູ່ຢ່າງຮ້າຍແຮງທີ່ສຸດຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ບັນດາສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງນຳບັນດາເປົ້າໝາຍປະຕິບັດ, ອົງການຈັດຕັ້ງ, ນັກອຸປະຖຳ ແລະ ສະໜອງການເງິນໃຫ້ບັນດາເຫດບຸກໂຈມຕີກໍ່ການຮ້າຍຂຶ້ນສານເພື່ອພິພາກສາ.

ຕອບກັບ

ຂ່າວ/ບົດ​ອື່ນ