ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບຫົວຂໍ້ແມ່ຍິງ,ສັນຕິພາບແລະຄວາມສະຫງົບ

ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບຫົວຂໍ້ແມ່ຍິງ,ສັນຕິພາບແລະຄວາມສະຫງົບ - ảnh 1
ວາລະປະຊຸມຂອງ ສະພາຄວາມໝັ້ນຄົງ ສປຊ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) - ​ເນື້ອ​ໃນ​ຂອງ​ວາລະ​ປະຊຸມ​ໃນ​ວັນ​ທີ 25/4ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ສຸມ​ໃສ່​ເຂົ້າ​ໃນ​ບັນຫາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ສຳພັນ​ໃນ​ບັນດາ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki – moon ຖື​ວ່າ: ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ສຳພັນ ​ໃນ​ການ​ປະ​ທະ​ກັນ​​ແມ່ນ​ບັນຫາ​ມີ​ຄວາມ​ສຳຄັນຮີບ​ດ່ວນ.

    ​ໂດຍ​ຕາງໜ້າ​ໃຫ້ 10 ປະ​ເທດ ອາ​ຊຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ, ຢືນຢັນການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ສຳພັນ ​ໃນ ​ແລະ ພາຍຫຼັງ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ​ສືບ​ຕໍ່​ກໍ່​ຜົນ​ສະທ້ອນ ​ແລະ ນາບ​ຂູ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ​ຢູ່​ຫຼາຍ​ພາກ​ພື້ນ​ໃນ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ ກໍ່​ໄດ້​ຍົກ​ອອກ​​ຂໍ້​ສະ​ເໜີ, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ການ​ສະ​ກັດ​ກັ້ນ​ສະພາບ ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ສຳພັນ ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ​ແມ່ນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ, ​ໝາຍ​ຄວາມ​ວ່າ ຕ້ອງ​ສະກັດ​ກັ້ນ, ​ບໍ່​ປະ​ໃຫ້​ບັນດາ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ​ເກີດ​ຂຶ້ນ.

 


ຂ່າວ/ບົດ​ອື່ນ