ສະພາຄວາມໝັ້ນຄົງສະເໜີແຕ່ງຕັ້ງເລຂາທິການໃຫຍ່ສະຫະປະຊາຊາດຄົນໃໝ່

ສະພາຄວາມໝັ້ນຄົງສະເໜີແຕ່ງຕັ້ງເລຂາທິການໃຫຍ່ສະຫະປະຊາຊາດຄົນໃໝ່ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີແອັດ​ສະ​ປາຍ Antonio Guterres
​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄ​ົນ​ໃໝ່
(ພາບ: Reuters)


(vovworld) - ​​ຕອນ​ເຊົ້າ​ວັ​ນ​ທີ 06/10, ຕາມ​ເວ​ລາ​ອາ​ເມ​ລິ​ກາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ຊາ​ຊາດ ເຫັນ​ດີ​ສະ​ເໜີ​​ອະ​ດີດທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີແອັດ​ສະ​ປາຍ Antonio Guterres ອາ​ຍຸ 67 ປີ, ເປັ​ນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄ​ົນ​ໃໝ່ ແທນ​ໃຫ້​ທ່ານ Ban Ki moon ​ທີ່ຈະ​ໝົດ​ອາ​ຍຸ​ການ​ໃນ​ທ້າຍ​ປີ 2016 ນີ້ິ້. ພາຍ​ຫຼັງ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຮອງ​ເອົາ​ຢ່າງ​ເປັນ​ທາງ​ການ, ທ່ານ Guterres ຕ້ອງ​ໄດ້​ຮັບ​ການ​ປ່ອນ​ບັດ​ໄວ້​ວາງ​​ໃຈ​ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ກ່ອນ​​ທີ່​ຮັບດຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 01/01/2017. ແຕ່​ວັນ​ທີ 21/07 ມາ​ຮອດ​ປະ​ຈຸ​ບັນ, 15 ປະ​ເທດ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ດຳ​ເນີນ​ການ​ປ່ອນ​ບັດ​​ຢ່​າງບໍ່​ເປັນ​ທາງ​ການ 6 ຄັ້ງ ແລະ ການ​ປ່ອນ​ບັດ​ຢ່າງ​ເປັນ​ທາງ​ການ ເພື່ອ​ຕັດ​ສິນວ່າ ​ຜູ້​ໃດ​ຈະ​ແມ່ນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄົນ​ໃໝ່.

ຂ່າວ/ບົດ​ອື່ນ