ສະ​ພາ​ຄວາມ​ໝັ້ນ​ຄົງ ຈັດ​ວາ​ລະ​ປຶກ​ສາ​ຫາ​ລື​ເປີດ ກ່ຽວ​ກັບ “ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ”

(VOVWORLD) - ສະພາຄວາມໝັ້ນຄົງ ຕ້ອງມີວິທີການສຳຜັດຢ່າງຮອບດ້ານ ເພື່ອແກ້ໄຂສາຍເຫດຂອງການປະທະກັນໃຫ້ເຖິງກົກຂອງປາຍ, ດຸ່ນດ່ຽງລະຫວ່າງບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ນຳເນື້ອໃນການໄຈ້ແຍກຄວາມສ່ຽງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດເຂົ້າໃນຂໍ້ພາລະໜ້າທີ່ຂອງບັນດາຄະນະຮັກສາສັນຕິພາບ  ແລະ ຄະນະການເມືອງພິເສດ. 
ສະ​ພາ​ຄວາມ​ໝັ້ນ​ຄົງ ຈັດ​ວາ​ລະ​ປຶກ​ສາ​ຫາ​ລື​ເປີດ ກ່ຽວ​ກັບ “ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ” - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ວັນທີ 13 ມິຖຸນາ, ຢູ່ ນິວຢອກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດ ດ້ວຍຫົວຂໍ້ “ການປ່ຽນແປງຂອງດິນຟ້າອາກາດ, ສັນຕິພາບ ແລະ ຄວາມໝັ້ນຄົງ” ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມຂອງ ສະຫະລັດ ອາຣັບ ເອມມີເລດ (UAE) - ປະເທດປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນ ມິຖຸນາ 2023.         ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນວ່າ ສະພາຄວາມໝັ້ນຄົງ ສປຊ, ດ້ວຍຄວາມຮັບຜິດຊອບຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຕ້ອງສືບຕໍ່ຊຸກຍູ້ໂຄງການດຳເນີນງານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ກ່ອນອື່ນໝົດ, ສະພາຄວາມໝັ້ນຄົງ ຕ້ອງມີວິທີການສຳຜັດຢ່າງຮອບດ້ານ ເພື່ອແກ້ໄຂສາຍເຫດຂອງການປະທະກັນໃຫ້ເຖິງກົກຂອງປາຍ, ດຸ່ນດ່ຽງລະຫວ່າງບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ນຳເນື້ອໃນການໄຈ້ແຍກຄວາມສ່ຽງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດເຂົ້າໃນຂໍ້ພາລະໜ້າທີ່ຂອງບັນດາຄະນະຮັກສາສັນຕິພາບ  ແລະ ຄະນະການເມືອງພິເສດ. ໄປຄຽງຄູ່ກັນນັ້ນ, ສະພາຄວາມໝັ້ນຄົງ ສປຊ ຕ້ອງສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົນໄກທີ່ກ່ຽວຂ້ອງ; ເພີ່ມທະວີການຮ່ວມມືກັບຂໍ້ລິເລີ່ມຢູ່ລະດັບຊາດ ແລະ ພາກພື້ນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອຮັບມືໃຫ້ແທດເໝາະ ແລະ ປະສິດທິຜົນກວ່າສຳລັບບັນດາບັນຫາ ແລະ ກໍລະນີທີ່ເກີດຂຶ້ນໃໝ່. 

ຕອບກັບ

ຂ່າວ/ບົດ​ອື່ນ