ສະພາທະຫານກຳອຳນາດ ອີຢິບ ໃຫ້ຄຳໝັ້ນສັນຍາມອບໂອນສິດອຳນາດ

ສະພາທະຫານກຳອຳນາດ ອີຢິບ ໃຫ້ຄຳໝັ້ນສັນຍາມອບໂອນສິດອຳນາດ - ảnh 1
ທ່ານ​ພົນ​ຈັດຕະວາ Mamdouh Shahin, ທີ່​ປຶກສາ​ດ້ານ​ກົດໝາຍ ທັງ​ເປັນ​ສະມາຊິກ​ຂອງ​ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ ອີ​ຢິບ

(vovworld) – ສະພາ​ທະຫານ​ກຳ​ອຳນາດ ອີ​ຢິບ ຫາ​ກໍ​ຢັ້ງຢືນ​ໃຫ້​ຄຳ​ໝັ້ນ​ສັນ​ຍາມ​ອບ​ໂອນ​ສິດ​ອຳນາດ​ໃຫ້​ແກ່​ລັດຖະບານ​ພົນລະ​ເຮືອນ​ຄືນ​ໃໝ່ ພາຍຫຼັງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄາ​ດວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 5 ຈະ​ມາ​ເຖິງ. ວັນ​ທີ 5/4, ທ່ານ​ພົນ​ຈັດຕະວາ Mamdouh Shahin, ທີ່​ປຶກສາ​ດ້ານ​ກົດໝາຍ ທັງ​ເປັນ​ສະມາຊິກ​ຂອງ​ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ ອີ​ຢິບ (ຫຼື SCAF) ຖະ​ແຫຼ​ງວ່າ: ສະພາ​ທະຫານ​ຈະ​ບໍ່ ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ຂອງ​ສະພາ​ລັດຖະທຳ​ມະນູນ ​ແລະ ຈະ​ສະກັດ​ກັ້ນ​ທຸກໆ ຄວາມ​ມານະ​ພະຍາຍາມ​ແຊກ​ແຊງ​ ຂອງ​ບັນດາ​ກຳລັງ​ການ​ເມືອງ​ອື່ນໆ. ສະພາ​ທະຫານ ອີ​ຢິບ ​ໄດ້​ຂຶ້ນກຳ​ອຳນາດນຳພາ​ຢູ່​ປະ​ເທດ​ນີ້ ພາຍ​ຫຼັງ​ການ​ລຸກ​ຮື້​ຂຶ້ນ​​ໂຄ້ນລົ້ມ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Hosni Mubarak ​ໃນ​ປີ​ກາຍ. ​ນັບແຕ່ນັ້ນ​ມາຮອດ​ປະຈຸ​ບັນ, ສະພາ​ທະຫານ ອີ​ຢິບ ຖືກ​ກ່າວ​ຫາ​ຢ່າງ​ລຽນຕິດ​ເພາະວ່າ​ໄດ້​ຕັ້ງ​ໃຈ​ແກ່ຍາວ​ການ​ມອບ​ໂອນການ​ມອບ​ໂອນ​ສິດ​ອຳນາດ, ຊອກ​ຫາວິທີ​ສວມ​ບົດບາດ​ການ​​ເມືອງ​ໃນ​ລັດຖະບານ​ອະນາຄົດ​.

ຕາມ​ແຜນ​ການ​ແລ້ວ, ການ​ເລືອກ​ຕັ້ງ​ປະທານາທິບໍດີ ອີ​ຢິບ ຈະ​ດຳ​ເນີນ​ໃນ​ວັນ​ທີ 23 – 24/5. ໝາ​ກຜົນ​​ແຫ່ງການ​ເລື​ອກຕັ້ງຈະ​ໄດ້ຮັບ​ການ​ປະກາດ​ໃນ​ວັນ​ທີ 21/6.

ຂ່າວ/ບົດ​ອື່ນ