ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -    ໄລ່ຮອດຕອນເຊົ້າວັນທີ 8 ກໍລະກົດ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອສະສົມເກືອບ 185,8 ລ້ານຄົນ, ໃນນັ້ນມີຫຼາຍກວ່າ 4 ລ້ານຄົນ ເສຍຊີວິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1(ພາບປະກອບ: VOV)

ຕາມຂ່າວພາກຄ່ຳວັນທີ 8 ກໍລະກົດ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 645 ຄົນ,ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພາຍໃນວັນຂຶ້ນເປັນ 1.314 ຄົນ, ໃນນັ້ນ ຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດແມ່ນຢູ່ ນະຄອນ ໂຮ່ຈີມິນ ດ້ວຍ 915 ຄົນ; ຖັດຈາກນັ້ນແມ່ນ ແຂວງ ບິ່ງເຢືອງ ມີ 135 ຄົນ. ໃນວັນດຽວກັນ, ອະນຸກຳມະການປິ່ນປົວ (ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ) ໄດ້ແຈ້ງໃຫ້ຊາບວ່າ ມີຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຕື່ມອີກ 3 ຄົນ. ບັນດາກໍລະນີເສຍຊີວິດນັ້ນລ້ວນແຕ່ແມ່ນຄົນເຈັບມີອາຍຸສູງ, ມີພະຍາດປະຈຳຕົວ. ເປັນອັນວ່າ, ໄລ່ຮອດ 18 ໂມງ 30 ນາທີ ຂອງວັນທີ 8 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 24.385 ຄົນ, ໃນນັ້ນມີ 8.950 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ 105 ຄົນ ເສຍຊີວິດ.

 ໄລ່ຮອດຕອນເຊົ້າວັນທີ 8 ກໍລະກົດ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອສະສົມເກືອບ 185,8 ລ້ານຄົນ, ໃນນັ້ນມີຫຼາຍກວ່າ 4 ລ້ານຄົນ ເສຍຊີວິດ.

        ອາຊີ ພວມແມ່ນທະວີບທີ່ມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ ດ້ວຍກວ່າ 56,8 ລ້ານຄົນ ແລະ ກວ່າ 800.000 ຄົນເສຍຊີວິດ, ໃນນັ້ນ ສະພາບການໂລກລະບາດສືບຕໍ່ມີການຜັນແປຢ່າງສັບສົນຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.


ຕອບກັບ

ຂ່າວ/ບົດ​ອື່ນ