ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -ຕາມການສະຖິຕິຂອງເວັບໄຊ Worldometers ແລ້ວ, ໄລ່ຮອດ 16 ໂມງ 30 ນາທີຂອງວັນທີ 30 ມີນາ(ຕາມເວລາ ຫວຽດນາມ) ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນໂລກໄດ້ເພີ່ມຂຶ້ນເຖິງ 725.000 ຄົນ, ໃນນັ້ນຍອດຈຳນວນຜູ້ເສຍຊີວິດ ແມ່ນຫຼາຍກວ່າ 34.000  ຄົນ. ໂລກລະບາດພວມແຜ່ລາມເຖິງ 203 ປະເທດ ແລະ ເຂດແຄ້ວນໃນໂລກ.

ປັດຈຸບັນ ອາເມລິກາ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍທີ່ສຸດ ເມື່ອປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid - 19 ແມ່ນ 142.000 ຄົນ ໃນນັ້ນມີຜູ້ເສຍຊີວິດ 2.500 ຄົນ. ຖັດຈາກນັ້ນແມ່ນ ອີຕາລີ, ຈີນ ແລະ ແອັດສະປາຍ ດ້ວຍຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 97.689 ຄົນ, 81.439 ຄົນ, 80.110 ຄົນ ຕາມລຳດັບ.

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຂອງກຸ່ມສະເພາະກິດການປ້ອງກັນ, ສະກັດກັ້ນ ໂລກລະບາດ Covid – 19 ຂອງທຳນຽບຂ່າວໃນວັນທີ 29 ມີນາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ຈຸດເວລາແຜ່ລະບາດສູງສຸດຂອງໂລກລະບາດ Covid – 19 ຄາດວ່າ ໃນ 2 ອາທິດຈະມາເຖິງ, ອາດຈະກົງກັບນບຸນ ອິດສະເຕີ (Easter) ວັນທີ 12 ເມສາ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ອາເມລິກາກໍ່ຫວັງວ່າບັນດາການເຄື່ອນໄຫວທັງໝົດຈະຄ່ອຍໆໄດ້ຮັບການຟື້ນຟູເລີ່ມແຕ່ວັນທີ 1 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ