ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່​ວ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິທົ່ວໂລກ worldometers.info, ໄລ່ຮອດເວລາ 7 ໂມງ 30 ນາທີ ເຊົ້າວັນທີ 27 ເມສາ (ຕາມເວລາ ຫວຽດນາມ), ໃນທົ່ວໂລກມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 2.993.514 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 206.922 ຄົນ. ໂລກລະບາດໄດ້ແຜ່ລະບາດອອກສູ່ 212 ປະເທດ ແລະ ເຂດແຄ້ວນ.

ອາເມລິກາ ສືບຕໍ່ແມ່ນໃຈກາງຂອງໂລກລະບາດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ແມ່ນ 987.160 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 55.413ຄົນ. ຖັດຈາກນັ້ນແທ່ນ ແອັດສະປາຍດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 226.629 ຄົນ ແລະ ຜູ້ເສຍຊີວິດແມ່ນ 23.190 ຄົນ.

ສະພາບການໂລກລະບາດ ຢູ່ເອີລົບພວມມີທ່າອ່ຽງຫຼຸດລົງຂະນະທີ່ຈຳນວນຜູ້ເສຍຊີວິດຢູ່ບາງປະເທດທີ່ໄດ້ຮັບຖືວ່າແມ່ນໃຈກາງໂລກລະບາດຂອງ ເອີລົບໄດ້ຫຼຸດລົງ. ວັນທີ 26 ເມສາ ອີຕາລີ ຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ແມ່ນ 260 ຄົນ ຊຶ່ງແມ່ນຢູ່ລະດັບຕ່ຳສຸດນັບແຕ່ວັນທີ 15 ມີນາມາຮອດປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ