ສະພາເລືອກຕັ້ງສູງສຸດຂອງຕວກກີ ເລື່ອນເວລາປະກາດໝາກຜົນຂອງການເລືອກຕັ້ງຢ່າງເປັນທາງການ

(VOVWORLD) -ວັນທີ 25 ມິຖຸນາ, ທ່ານ Sadi Guven ປະທານສະພາເລືອກຕັ້ງສູງສຸດຂອງຕວກກີ ໃຫ້ຮູູ້ວ່າ ໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດຕວກກີ ທີ່ໄດ້ດຳເນີນໃນວັນທີ 24 ມິຖຸນາ ຢ່າງເປັນທາງການ ຈະປະກາດໃນວັນທີ 05 ກໍລະກົດ ເຊິ່ງໄດ້ເລື່ອນເວລາໜຶ່ງອາທິດເມື່ອທຽບໃສ່ການຄາດຄະເນ.

ສະພາເລືອກຕັ້ງສູງສຸດຂອງຕວກກີ ເລື່ອນເວລາປະກາດໝາກຜົນຂອງການເລືອກຕັ້ງຢ່າງເປັນທາງການ - ảnh 1ທ່ານ Sadi Guven ປະທານສະພາເລືອກຕັ້ງສູງສຸດຂອງຕວກກີ

(ພາບ: Anadolu)

ທ່ານ Sadi Guven ໃຫ້ຮູ້ວ່າ “ເກືອບ 100%” ຈຳນວນບັດ ໄດ້ຮັບການກວດກາ. ໃນຂະນະນັ້ນ, ຈຳນວນບັດຂອງຜູ້ມີສິດເລືອກຕັ້ງ ຢູ່ 41 ເຂດຊາຍແດນ, ປັດຈຸບັນ ແມ່ນພວມໄດ້ດຳເນີນການກວດກາ. ຕາມທ່ານ Guven ແລ້ວ, ດ້ວຍຫຼາຍກວ່າ 50 ລ້ານບັດທີ່ໄດ້ຮັບການກວດກາ, ມີຫຼາຍກວ່າ 26 ລ້ານບັດເຫັນດີເລືອກຕັ້ງ ທ່ານ Tayyip Erdogan.

        ກ່ອນໜ້ານັ້ນ ໃນວັນດຽວກັນ, ທ່ານປະທານສະພາເລືອກຕັ້ງສູງສຸດຕວກກີ ( YSK) Sadi Guven ຢັ້ງຢືນວ່າ ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຂອງປະເທດນີ້ແມ່ນ ທ່ານ Tayyip Erdogan.

        ໃນການເລືອກຕັ້ງສະພາແຫ່ງຊາດ, ດ້ວຍຈຳນວນບັດ ເກືອບ 98% ໄດ້ຮັບການກວດການັ້ນ, ໃນນັ້ນ, ພັກຍຸຕິທຳ ແລະ ພັດທະນາ (AKP) ຂອງທ່ານປະທານາທິບໍດີ Erdogan ໄດ້ຮັບບັດເຫັນດີ ດ້ວຍຈຳນວນ 42,4% ບັດ.

ຕອບກັບ

ຂ່າວ/ບົດ​ອື່ນ