ສະ​ພາ​ແຫ່ງ​ຊາດ​ກ້າວ​ເຂົ​້າ​ສູ່​​ມືື້​ເຮັດ​ວຽ​ກ​ທີ 2 ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) - ວັນທີ 4 ພະຈິກ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 14, ສະພາແຫ່ງຊາດໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 2 ປຶກສາຫາລືກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2020; ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021 ແລະ ໄລຍະ 2021 – 2025.
ສະ​ພາ​ແຫ່ງ​ຊາດ​ກ້າວ​ເຂົ​້າ​ສູ່​​ມືື້​ເຮັດ​ວຽ​ກ​ທີ 2 ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ສະພາແຫ່ງຊາດຫວຽດນາມກ້າວເຂົ້າສູ່ມືື້ເຮັດວຽກທີ 2 ປຶກສາຫາລືກ່ຽວກັບເສດຖະກິດ - ສັງຄົມ (ພາບ: quochoi.vn)

ເມື່ອເຕື້ອງເຖິງຄາດໝາຍປີ 2021 ເຊິ່ງລັດຖະບານ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ ແງ່ຫວັງເສດຖະກິດຂອງ ຫວຽດນາມ ໃນປີ 2021 ແມ່ນຂຶ້ນກັບຄວາມສາມາດຕ້ານໂລກລະບາດໃນໂລກ ແລະ ການຄວບຄຸມໂລກລະບາດາຢູ່ພາຍໃນປະເທດ. ໃນແຜນການແມ່ນ ຢຶດໝັ້ນປະຕິບັດເປົ້າໝາຍຄວບຄູ່ ທັງພັດທະນາເສດຖະກິດທັງປ້ອງກັນ, ສະກັດກັ້ນໂລກລະບາດ, ເອົາໃຈໃສ່ເຖິງເປົ້າໝາຍຄວບຄຸມໂລກລະບາດ. ຂະແໜງການທ່ອງທ່ຽວຕ້ອງກຽມພ້ອມເຄື່ອນໄຫວຄືນໃໝ່. ກ່ຽວກັບຂົງເຂດກະສິກຳ ຕ້ອງຍາດແຍ່ງກາລະໂອກາດຍູ້ແຮງການສົ່ງອອກ ແລະ ປະຕິບັດລາຍການຊາວຫວຽດນາມ ຊົມໃຊ້ສິນຄ້າຫວຽດນາມ.

        ໃນວາລະປຶກສາຫາລື, ສະມາຊິກລັດຖະບານບາງທ່ານ ໄດ້ອະພິປາຍ, ເຮັດແຈ້ງບາງບັັນຫາ ເຊິ່ງສະມາຊິກສະພາແຫ່ງຊາດໄດ້ຍົກອອກມາ. ບັນດາສະມາຊິກສະພາແຫ່ງຊາດກໍດຳເນີນການໂຕ້ວາທີເປັນກຸ່ມ ກ່ຽວກັບບາງບັນຫາເຄັ່ງຮ້ອນ ເຊິ່ງຫາງສຽງສັງຄົມມີຄວາມສົນໃຈ.


ຕອບກັບ

ຂ່າວ/ບົດ​ອື່ນ