ສະພາແຫ່ງຊາດຈະສະຫງວນເວລາ 3 ວັນ ເພື່ອຊັກຖາມບັນດາສະມາຊິກລັດຖະບານ

(VOVWORLD) - ຕາມລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14 ແລ້ວ, ການເຄື່ອນໄຫວຊັກຖາມຂອງສະມາຊິກສະພາແຫ່ງຊາດ ຈະດຳເນີນແຕ່ວັນທີ 13 – 15 ມິຖຸນາ.
ສະພາແຫ່ງຊາດຈະສະຫງວນເວລາ 3 ວັນ ເພື່ອຊັກຖາມບັນດາສະມາຊິກລັດຖະບານ - ảnh 1 (ພາບປະກອບ)

ລັດຖະມົນຕີ 4 ທ່ານໄດ້ຮັບເລືອກມາຕອບຄຳຊັກຖາມຢູ່ກອງປະຊຸມສະໄໝສາມັນຄັ້ງນີ້ ລວມມີ: ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.

        ນີ້ແມ່ນການເຄື່ອນໄຫວສຳຄັນຂອງສະພາແຫ່ງຊາດ, ດຶງດູດຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດຈຳນວນຫລວງຫລາຍ. ວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາແຫ່ງຊາດກັບບັນດາສະມາຊິກລັດຖະບານຈະໄດ້ຖ່າຍທອດສົດຜ່ານ ວິທະຍຸກະຈາຍສຽງ ຫວຽດນາມ, ໂທລະພາບ ຫວຽດນາມ, ຊ່ອງໂທລະພາບແຫ່ງຊາດ ແລະ ປະຕູຖານຂໍ້ມູນເອເລັກໂຕນິກສະພາແຫ່ງຊາດ (http://.quochoi.vn) ເພື່ອໃຫ້້ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຕິດຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ