ສະພາແຫ່ງຊາດປຶກ ສາຫາລືຮ່າງກົດໝາຍປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ (ສະບັບປັບປຸງ)

ສະພາແຫ່ງຊາດປຶກ ສາຫາລືຮ່າງກົດໝາຍປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ (ສະບັບປັບປຸງ)  - ảnh 1

ທ່ານຈູ​ເຊີນ​ຮ່າ ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຮ່າ​ໂນ້ຍ

(ພາບ:sggp.org.vn)

(vovworld) - ​ຕອນ​ບ່າຍ​ວັນ​ທີ 26/10, ໃນ​ວາລະ​ປຶກສາ​ຫາລື​ຢູ່​ຕາມ​ໜ່ວຍ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ ​ແລະ ຕ້ານ​ສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ) ​ເຊິ່ງຈະ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ນີ້. ບັນດາ​ຄວາມ​ເຫັນ​ໄດ້​ເປັນ​ເອກະ​ພາບ​ຄວນ​ປັບປຸງ​ຕາມ​ທິດ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ​ໂປ່​ງ​​ໄສ ​ໃນ​ວຽກ​ງານ​ພະນັກງານ, ພິ​ເສດ​ແມ່ນ​ໃນ​ການ​ຮັບ​ສະໝັກ, ການວາງ​ແຜນ, ​ແຕ່​ງຕັ້ງ, ຍົກຍ້າຍ  ​ແລະ ຜັດ​ປ່ຽນ​ພະນັກງານ… ພ້ອມ​ນັ້ນ​ແມ່ນ​ການ​ເປີດ​ເຜີຍ​ຊັບ​ສົມບັດ, ລາຍ​ຮັບ​ຂອງ​ພະນັກງານ, ລັດຖະກອນ, ພາລະ​ກອນ; ກຳນົດ​ຄວາມ​ຮັບຜິດຊອບ​ຂອງ​ຫົວໜ້າ​ອົງການ, ອົງການ​ຈັດ​ຕັ້ງ, ຫົວໜ່ວຍຢ່າງ​ຈະ​ແຈ້ງ. ທ່ານ Le Nam ສສຊ ​ແຂວງ​ແທງ​ຮ໋ວາ, ຖືວ່າ:

        ”​ການຈັດ​ຕັ້ງ​ລະບົບ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ. ປະຈຸ​ບັນ, ສູນ​ກາງ​ໄດ້​ຈັດ​ອົງການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ​ເຂົ້າ​ໃນ​ອົງການ​ສູນ​ກາງ​ພັກ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່​ເປັນ​ຫົວ​ໜ້າ​ຄະນະ​ຊີ້​ນຳ, ຂ້າພະ​ເຈົ້າ​ເຫັນ​ດີ​ທີ່​ສຸດ. ຂ້າພະ​ເຈົ້າ​ເຫັນ​ວ່າ​ຄວນ​ມີ​ການ​ປ່ຽນ​ໃໝ່​ໃນ​ການ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ”

        ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 26/10, ບັນດາ ສສຊ ​​ໄດ້​ສຸມ​ໃສ່​ກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ນະຄອນຫຼວງ. ຮ່າງ​ກົດໝາຍ​ວ່າ​ດ້ວຍນະຄອນຫຼວງພາຍຫຼັງ​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ໄດ້​ກຳນົດ 16 ນະ​ໂຍບາຍ, ກົນ​ໄກ​ພິ​ເສດສະ​ເພາະ​ເພື່ອ​ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ຢ່າງໝັ້ນຄົງເພື່ອໃຫ້ນະຄອນ ຫຼວງພັດທະນາ​​​ສົມ​ກັບ​ຂອບ​ຂະໜາດ​ໃນ​ອະນາຄົດ. ທ່ານ Chu Son Ha ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຮ່າ​ໂນ້ຍ ຖື​ວ່າ:

    “ຂ້າພະ​ເຈົ້າຖື​ວ່າ, ຮ່າງ​ກົດໝາຍ​ວ່າ​ດ້ວຍນະຄອນຫຼວງ​ໄດ້ຮັບ​ການປັບປຸງ, ​ເພີ່ມ​ເຕີມຢ່າງຖືກຕ້ອງ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ເລກທີ 11 ຂອງ​ກົມ​ການ​ເມືອງ. ນັ້ນ​ແມ່ນ​ສະພາ​ແຫ່ງ​ຊາດ​ໄດ້​ຫັນ​ມະຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ນະຄອນຫຼວງ​ເປັນ​ຂໍ້​ກຳນົດ​ກົດ​ລະບຽບ, ​ເພີ່ມ​ແຫຼ່ງກຳລັງ​ໃຫ້​ແກ່​ນະຄອນຫຼວງ ​ແລະ ຮັບປະກັນ​ໃຫ້​ນະຄອນຫຼວງ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ. ພົນລະ​ເມືອງ​ຫວຽດນາມ ທຸກ​ຄົນ​ຕ້ອງ​ມີ​ຄວາມ​ຮັບຜິດ​ຊອບ​ເອົ​າ​ໃຈ​ໃສ່​ຕໍ່ການ​ພັດທະນາ​ນະຄອນຫຼວງ“.

 

ຂ່າວ/ບົດ​ອື່ນ