ສະພາແຫ່ງຊາດຢູແກຼນ ຮັບຮອງເອົາກົດໝາຍກ່ຽວກັບບັນດາມາດຕະການລົງໂທດລັດເຊຍ

   ສະພາແຫ່ງຊາດຢູແກຼນ ຮັບຮອງເອົາກົດໝາຍກ່ຽວກັບບັນດາມາດຕະການລົງໂທດລັດເຊຍ - ảnh 1
ວາລະປະຊຸມຄັ້ງໜຶ່ງຂອງສະພາ​ແຫ່ງ​ຊາດ​ຢູ​ແກຼນ
(ພາບ:TTXVN)

(vovworld)- ດ້ວຍ​ຈຳນວນ 244 ບັນ​ເຫັນ​ດີ​ເມື່ອ​ທຽບ​ໃສ່ລະດັບ​ຄາດໝາຍ​ຕ່ຳ​ສຸດ​ແມ່ນ 226 ບັດ, ວັນ​ທີ 14/8, ສະພາ​ແຫ່ງ​ຊາດ​ຢູ​ແກຼນ, ​ເປັນ​ຄັ້ງ​ສຸດ​ທ້າຍ​ໄດ້​ຮັບຮອງ​ເອົາກົດໝາຍ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ລັດ​ເຊຍ, ດ້ວຍ​ບາງ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ບັນຫາ​ຈຳກັດ​ດ້ານ​ສື່ສານ.

    ຕາມ​ນັ້ນ​ແລ້ວ, ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປ້ອງ​ກັນຊາດ​ຢູ​ແກຼນ ມີ​ສິດ​ປິດ​ລ້ອມ​ຊັບ​ສົມບັດ, ຈຳກັດ​ບັນດາ​ການ​ຕິດ​ຕໍ່​ພົວພັນ​ການ​ຄ້າ, ​ໃຫ້ຢຸດທັງ​ໝົດ​ຫຼື​ສ່ວນໜຶ່ງ​ຂອງ​ການ​ຂົນ​ສົ່ງຊັບພະຍາກອນ​ຜ່ານ​ແດນ, ບັນດາ​ຖ້ຽວ​ບິນ, ​ແລະ ບັນດາ​ຮູບ​ການ​ຄົມມະນາຄົມ​ຂົນ​ສ່ົງອື່ນໆ ຜ່ານ​ດິນ​ແດນ​ຢູ​ແກຼນ, ສະກັດ​ກັ້ນ​ການ​ຖອນ​ທຶນ, ​ໃຫ້​ຢຸດ​ການ​ປະຕິບັດ​ພັນທະ​ດ້ານ​ເສດຖະກິດ ​ແລະ ການ​ເງິນ, ລົບ​ລ້າງ​ໜັງສື​ອະນຸຍາດ. ນອກຈາກ​ນັ້ນ, ​ຢູ​ແກຼນຍັງ​ກຳນົດ​ມາດ​ຕະການ​ຫ້າມ​ຫຼື​ຈຳກັດ​ການ​ເຂົ້າ-ອອກ​ເຂດ​ນ່ານນ້ຳ, ທ່າ​ກຳ​ປັ່ນ​ຂອງ​​ເຮືອກຳ​ປັ່ນ, ​ເຂົ້າ-ອອກ​ເຂດ​ນ່ານຟ້າ​ຂອງ​​ເຮືອບິນ, ຢຸດ​ບັນດາ​ສັນຍາ​ເສດຖະກິດ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ.....ນອກຈາກ​ນັ້ນ​ກໍ​ຍັງ​ມີ​ການ​ຢຸດຕິ​ບັນດາ​ການ​ແລກປ່ຽນ​ດ້ານ​ວັດທະ ນະທຳ​, ຮ່ວມ​ມື​ວິທະຍາສາດ, ປະຕິ​ເສດ​ອອກ​ວີ​ຊາ, ລົບ​ລ້າງ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ....

ຂ່າວ/ບົດ​ອື່ນ