ສະພາແຫ່ງຊາດສືບຕໍ່ມື້ເຮັດວຽກທີ 2 ຂອງວາລະຊັກຖາມ ແລະ ຕອບຄຳຊັກຖາມ

 (vovworld) -  ສືບ​ຕໍ່​ມື້​ເຮັດ​ວຽກ​ທີ 2 ຂອງ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ວັນ​ທີ 13/11 ທ່ານ​ນາງ Nguyen Thi Kim Tien ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ກ່ຽວ​ກັບ​ບັນຫາ: ລາຄາ​ຢຸກຢາ, ການ​ຂາດ​ດຸນ​ທາງ​ເພດ​ຢູ່​ໃນ​ລະດັບ​ສູງ, ຄ່າ​ປິນປົວ​ພະຍາດ ​ແລະ ຄຸນ​ນະພາ​ບຂອງ​ຂະ​ແຫນງ​ສາທາລະນະ​ສຸກ, ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຫລັກ​ອະນາ​ໄມ​ດ້ານ​ສະບຽງ​ອາຫານ. ຕາມ​ທ່ານ​ນາງ Nguyen Thi Kim Tien ​ແລ້ວ, ກະຊວງ​ສາທາລະນະ​ສຸກ ພວມ​ສ້າງ​ແຜນ​ຮ່າງ​ທົດ​ລອງ​ເພື່ອ​ຄຸ້ມ​ຄອງ​ລາຄາ​ຢຸກຢາ.

        “ພວກ​ຂ້າພະ​ເຈົ້າ​ປະກາດ​ໃຊ້​ຄຳ​ສັ່ງ​ແນະນຳ​ການ​ຄຸ້ມ​ຄອງ​ລາຄາ​ຢຸກຢາ ​ແລະ ການປະມູນ. ພວກ​ຂ້າພະ​ເຈົ້າ​ຢາກ​ທົດ​ລອງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ຂາຍປະມູນ, ການ​ປະມູນ​ແຫ່ງ​ຊາດ ຊື່​ງລວມມີ: ກະຊວງ​ການ​ເງິນ, ກະຊວງ​ອຸດສາຫະກຳ, ປະກັນ​ໄພ​ຫວຽດນາມ ​ແລະ ກະຊວງ​ສາທາລະນະ​ສຸກ ​ເພື່ອ​ເລືອກ​ເຟັ້ນລາຄາ​ຫນຶ່ງ​ເປັນ​ເອກະ​ພາບ ​ແລະ ​ເລືອກ​ເຟັ້ນລາຄາ​ຕຳ່​ສຸດ.”

​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂະ​ແຫນງ​ສາທາລະນະ​ສຸກ, ທ່ານ​ນາງລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ Nguyen Thi Kim Tien ​ໃຫ້​ຮູ້​ວ່າ: ຈະ​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ, ວິຊາ​ສະ​ເພາະ​ກໍ​ຄື​ຈັນ​ຍາ​ບັນ​ຂອງ​ບັນດາ​ທ່ານໝໍ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ