ສະພາແຫ່ງຊາດຫວຽດ ນາມ -ລາວຊຸກຍູ້ການ ຮ່ວມມືຮອບດ້ານ ວັນອາທິດ ທີ 28 ກໍລະກົດ ຄ.ສ. 2013 | 16:56:06 ທ່ານອວງຈູລຶວ ຢ້ຽມຢາມສະຖານທູດຫວຽດນາມປະຈຳລາວ (ພາບ: vov.vn) (vovworld)- ວັນທີ 27/7, ຢູ່ນະຄອນຫຼວງວຽງຈັນ, ສະພາແຫ່ງຊາດຫວຽດນາມ ແລະ ລາວ ໄດ້ຈັດກອງປະຊຸມສຳມະນາ ”ແລກປ່ຽນບົດຮຽນກ່ຽວກັບບັນດາມາດຕະການປະຕິບັດນະໂຍບາຍເສດຖະກິດມະຫາພາກ, ການເງິນເງິນຕາທະນາຄານ”. ນະທີ່ນີ້, ບັນດາຜູ້ແທນໄດ້ສຸມໃສ່ 3 ບັນຫາໃຫ່ຍຄື: ທ່າອ່ຽງພັດທະນາເສດຖະກິດ ແລະ ນະໂຍບາຍການລົງທຶນຂອງສອງປະເທດ; ວຽກງານເຂົ້າເປັນສະມາຊິກປະຊາຄົມເສດຖະກິດອາຊຽນ 2015 ແລະ ບັນຫາຄຸ້ມຄອງເງິນຕາ. ບັນດາບົດຮຽນຈາກກອງປະຊຸມສຳມະນາ ໄດ້ຊ່ວຍໃຫ້ສອງຝ່າຍມີການສັງເກດສັງລວມ ແລະ ມີບົດຮຽນຕົວຈິງໃນການບໍລິຫານພື້ນຖານເສດຖະກິດຂອງປະເທດຊາດ, ພັດທະນາເສດຖະກິດ, ຮັກສາສັງຄົມເປັນປົກກະຕິ ເພື່ອຄວາມຜາສຸກຂອງ ປຊຊ. ທ່ານຮອງປະທານສະພາແຫ່ງຊາດລາວ ໄຊສົມພອນ ຢືນຢັນວ່າ: ກອງປະຊຸມສຳມະນາ ບໍ່ພຽງແຕ່ຊ່ວຍສອງປະເທດເພີ່ມທະວີການຮ່ວມມືລົງທຶນເທົ່ານັ້ນ ຫາກຍັງຊ່ວຍສະພາແຫ່ງຊາດລາວກະກຽມບັນດາເອກະສານກົດໝາຍ, ກະກຽມເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດອາຊຽນ 2015 …ສ່ວນທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ເນັ້ນຫນັກວ່າ: ກອງປະຊຸມສຳມະນາຄັ້ງນີ້ຈະສ້າງບາດກ້າວບຸກທະລຸຢ່າງແຮງ, ຍົກການພົວພັນດ້ານເສດຖະກິດລະຫວ່າງສອງປະເທດໃຫ້ສົມກັບການພົວພັນດ້ານການເມືອງເທື່ອລະກ້າວ, ນຳການພົວພັນຮ່ວມມືລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະໃໝ່ທີ່ມີລັກສະນະເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດ. ໃນໂອກາດນີ້, ຕອນເຊົ້າວັນທີ28/7, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ໄດ້ໄປຢ້ຽມຢາມສະຖານທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳລາວ. ກ່າວຄຳເຫັນນະທີ່ນີ້, ທ່ານອວງຈູລຶວ ປາດຖະໜາວ່າ: ສະຖານທູດຫວຽດນາມ ກໍ່ຄືບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳລາວ ຈະມີການເຄື່ອນໄຫວລະອຽດ, ປະກອບສ່ວນເຮັດໃຫ້ສາຍພົວພັນຫວຽດນາມ-ລາວເລິກເຊິ່ງ ແລະ ມີປະສິດທິຜົນກ່ວາອີກ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ຍັງມີການເຮັດວຽກກັບທະນາຄານຮ່ວມທຸລະກິດຫວຽດນາມ-ລາວ (Lao-VietBank) ອີກດ້ວຍ. Tag ອວງຈູລຶວ ຂ່າວ/ບົດອື່ນ ອັດກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກຊຸດທີ XIII ການເດີນທາງໄປປະຕິບັດງານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄຳໝັ້ນສັນຍາທາງການເມືອງຢ່າງແຮງຂອງ ຫວຽດນາມ ການແຂ່ງຂັນຊີງລາງວັນ ມາຣາທອນ ສາກົນ ຮ່າໂນ້ຍ Techcombank: ເຫດການກິລາລະດັບສາກົນ ການເລືອກຕັ້ງປະທານາທິບໍດີຢູ່ ອາເມລິກາ: ການຂົນຂວາຍຫາສຽງເລືອກຕັ້ງພິເສດຂອງທ່ານນາງ Kamala Harris
ການເດີນທາງໄປປະຕິບັດງານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄຳໝັ້ນສັນຍາທາງການເມືອງຢ່າງແຮງຂອງ ຫວຽດນາມ
ການເລືອກຕັ້ງປະທານາທິບໍດີຢູ່ ອາເມລິກາ: ການຂົນຂວາຍຫາສຽງເລືອກຕັ້ງພິເສດຂອງທ່ານນາງ Kamala Harris
ພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5) ຮຽກຮ້ອງການອຸປະຖຳຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດຖືກຜົນສະທ້ອນຈາກພາຍຸເລກທີ 3 (Yagi)
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພົບປະກັບນັກຮົບເກົ່າ, ອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ, ນັກສຶກສາຫວຽດນາມ ຢູ່ລາວ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພົບປະກັບນັກຮົບເກົ່າ, ອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ, ນັກສຶກສາຫວຽດນາມ ຢູ່ລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ