ສະພາແຫ່ງຊາດຮັບຮອງ ເອົາງົບປະທານ, ປະເທດອາເມລິກາ ຫຼີກລ້ຽງໄພລົ້ມລະລາຍ

ສະພາແຫ່ງຊາດຮັບຮອງ ເອົາງົບປະທານ, ປະເທດອາເມລິກາ ຫຼີກລ້ຽງໄພລົ້ມລະລາຍ - ảnh 1
(ພາບປະກອບ)

(vovworld) - ​ຕອນ​ຄໍ່າ​ວັນ​ທີ 16 ຕຸລາ (ຕາມ​ເວລາ​ທ້ອງ​ຖິ່ນ), ສະພາ​ແຫ່ງ​ຊາດ​ໄດ້​ປ່ອນ​ບັດ​ເຫັນ​ດີ​ຮັບຮອງ​ເອົາ​ແຜນການ​ໃຊ້​ຈາ​ຍ​ງົບປະມານທີ່​ຖືກ​ລັກສະ​ນະ​ປະ​ນິປະນອມ. ​ເຊິ່ງຕາມ​ນັ້ນ​ແລ້ວ, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​​ເຫັນ​ດີ​ສະໜອງ​ງົບປະມານ​ໃຫ້​ແກ່​ລັດຖະບານ​ເຄື່ອນ​ໄຫວຄືນ​ໃໝ່​ຮອດ​ທ້າຍ​ວັນ​ທີ 15 ມັງກອນ 2014 ​ແລະ ​ກຳນົດ​ສິດ​ກູ້​ຢື່ມ​ເງິນ​ເພື່ອ​ໃຊ້​ໜີ້​ໃຫ້​ກະຊວງ​ການ​ເງິນ​ຮອດ​ທ້າຍ​ວັນ​ທີ 7 ກຸມພາ 2014. ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ຊົມ​ເຊີຍ​ການ​ຮ່ວມ​ມື​ທີ່​ຫາ​ຍາກ​ນີ້ ລະຫວ່າງພັກ​ປະຊາທິປະ​ໄຕ ​ແລະ ພັກສາ​ທາ​ລະນະ​ໃນ​ຈຸດ​ເວລາ​ສຸດ​ທ້າຍ.

        ​ແຕ່​ຮ່າງ​ກົດໝາຍ​ເຊິ່ງສະພາ​ສູງຫາ​ກໍ່​ຮັບຮອງ​ເອົາ ​ໄດ້​ປະກອບສ່ວນ​ແກ້​ໄຂ​ສະພາບ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ​​ເຊິ່ງ​​ເຮັດ​ໃຫ້​​ສຳນັກງານ​ຈຳນວນ​ໜຶ່ງຂອງລັດຖະບານຕ້ອງ​ອັດ​ປະຕູ​ແຕ່​ວັນ​ທີ 01 ຕຸລາ.
ຂ່າວ/ບົດ​ອື່ນ